ຜູ້ແທນຊາວໜຸ່ມລາວ ຮ່ວມກອງປະຊຸມ ສຸດຍອດຊາວໜຸ່ມອາຊຽນ-ອິນເດຍ ຄັ້ງທີ IV

    0
    41

    ຂປລ. ຄະນະຜູ້ແທນ ຊາວໜຸ່ມປະຊາຊົນປະຕິວັດລາວ ຈາກຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງການຕ່າງປະເທດ, ກະຊວງອຸດສະຫະກຳ ແລະ ການຄ້າ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ວິທະຍາໄລ ຣັຕະນະບໍລິຫານທຸລະກິດ, ພິພິທະພັນຜ້າໄໝລາວ ແລະ ສູນມື

    ແຫ່ງຄວາມຫວັງ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຊາວໜຸ່ມອາຊຽນ-ອິນເດຍ ຄັ້ງທີ IV ຢູ່ແຂວງໄຮເດີຣາບັດ, ເທລັງການາ ປະເທດອິນເດຍ ໃນວັນທີ 12-16 ກຸມພາ 2023 ໂດຍມີຊາວໜຸ່ມມາຈາກ 10 ປະເທດອາຊຽນ, ຊາວໜຸ່ມປະເທດເຈົ້າພາບ, ບັນດາ ຄະນະກຳມາທິການມູນນິທິອາຊຽນ-ອິນເດຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້, ໄດ້ເປີດໃຫ້ຊາວໜຸ່ມແຕ່ລະປະເທດ ນຳສະເໜີກ່ຽວກັບປະເທດຕົນເອງ ໂດຍສະເພາະກ່ຽວກັບ ປະຫວັດສາດ, ການເມືອງ, ເສດຖະກິດ, ກິລາ, ມໍລະດົກ, ວັດທະນະທຳ ແລະ ການທ່ອງທ່ຽວ, ເຊິ່ງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ນຳສະເໜີກ່ຽວກັບປະເທດລາວ ເປັນຕົ້ນ ແມ່ນ ດ້ນຳສະເໜີທີ່ຕັ້ງພູມສັນຖານ, ມໍລະດົກໂລກ,

    ວັດທະນະທຳ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ເຮັດໃຫ້ຜູ້ເຂົ້າຮ່ວມປະຊຸມຈາກປະເທດອິນເດຍ ແລະ ບັນດາປະເທດໃນອາຊຽນ ໄດ້ຮັບຮູ້ກ່ຽວກັບປະເທດລາວ ຫລາຍຂຶ້ນ.
    ໂອກາດນີ້, ຍັງໄດ້ຮັບຟັງການບັນຍາຍ-ແລກປ່ຽນບົດຮຽນກັບຊ່ຽວຊານ, ຄູອາຈານ, ຄະນະນຳຂອງກະຊວງຍຸຕິທຳ, ກະຊວງວັດທະນະທຳ, ສະຖາບັນການຄ້າຕ່າງປະເທດ,

    ຄະນະກຳມາທິການມູນນິທິອາຊຽນ, ຄູອາຈານຈາກມະຫາວິທະຍາໄລເດວລີ ກ່ຽວກັບຫົວຂໍ້ພາວະຄວາມເປັນຜູ້ນຳ ແລະ ການວາງນະໂຍບາຍ, ປະຫວັດສາດ ແລະ ວັດທະນະທຳ ທີ່ເຊື່ອມໂຍງຮ່ວມກັນ, ການສ້າງຜູ້ປະກອບການ ແລະ ພັດທະນາທັດສະໃຫ້ກັບໄວໜຸ່ມ, ເຕັກໂນໂລຊີ ແລະ ການສ້າງສະຕາດອັບ, ໂຄງການພັດທະນາພື້ນຖານໂຄງລ່າງເຊື່ອມໂຍງອາຊຽນ-ອິນເດຍ.

    ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ຊາວໜຸ່ມປະຊາຊົນປະຕິວັດລາວ ຍັງໄດ້ເຂົ້າຮ່ວມກິດຈະກຳທ່ອງທ່ຽວໃນດິນແດນພະຈົນໄພ, ຢ້ຽມຊົມເຂດເມືອງພັດທະນາເຕັກໂນໂລຊີ(IT city), ທ່ອງທ່ຽວຢູ່ ທະເລສາບ ຮັດຊານ ຊາກ້າ ແລະ ກາບໄຫວ້ຮູບປັ້ນພະພຸດທະເຈົ້າ ແລະ ເຂົ້າຮ່ວມແລກປ່ຽນສິລະປະ-ວັດທະນະທຳ ຮ້ອງ-ຂັບລຳ, ຟ້ອນລຳວົງ, ເຕັ້ນລຳ ໄປຕາມລັກສະນະສະເພາະຂອງແຕ່ລະປະເທດ ແລະ ຮ່ວມກິດຈະກຳອື່ນໆ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.