ສານປະຊາຊົນແຂວງຫົວພັນ ໄດ້ຕັດສິນປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ໃນວັນທີ 13 ກຸມພາ 2023 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ໂດຍໄດ້ຜ່ານຄຳຖະແຫລງຂອງຫົວໜ້າອົງການໄອຍະການປະຊາຊົນ ແຂວງຫົວພັນ ວ່າດ້ວຍການປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ ອີງຕາມຄໍາແນະນຳຮ່ວມລະຫວ່າງອົງການໄອຍະການປະຊາຊົນ
ສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ, ອີງຕາມໜັງສືສະເໜີຂອງຄ້າຍຄຸມຂັງ-ດັດສ້າງ ກອງບັນຊາການ ປກສ ແຂວງຫົວພັນ ດັ່ງນັ້ນ ຫົວໜ້າອົງການໄອຍະການປະຊາຊົນ ແຂວງຫົວພັນ ຈຶ່ງໄດ້ຖະແຫລງເພື່ອພິຈາລະນາປ່ອຍຕົວນັກໂທດກ່ອນກຳນົດໂດຍມີ
ເງື່ອນໄຂ ຈຳນວນ 14 ຄົນ ຍິງ 1 ຄົນ. ໃນນີ້ຄະດີຢາເສບຕິດ ຈຳນວນ 9 ຄົນ, ຄະດີທຳຮ້າຍຮ່າງກາຍ 1 ຄົນ, ຄະດີສວຍໃຊ້ໜ້າທີຍັກຍອກຊັບຂອງລັດ 1 ຄົນ, ຄະດີລັກຊັບ 1 ຄົນ, ຄະດີພະຍາຍາມຄາດຕະກໍາ 1 ຄົນ, ຄະດີທໍາມິດສະຈານເດັກຕຳກ່ວາ 18 ປີ 1 ຄົນ, ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ
ຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໃສແລ້ວເຫັນວ່າ: ໃນໄລຍະປະຕິບັດໂທດຜ່ານມາ ຈຳນວນ 14 ຄົນນີ້ ເປັນຜູ້ທີ່ມີຄວາມກ້າວໜ້າເຝິກຝົນຫຼໍ່ຫຼອມຕົນເອງ ມີການປ່ຽນແປງທາງດ້ານທັດສະນະແນວຄິດ, ການກະທຳມີສະຕິຕື່ນຕົວເຄົາລົບປະຕິບັດກົດໝາຍ, ລະບຽບຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ຍອມຮັບເອົາຄຳຕັດສິນ
ຂອງສານທຸກຢ່າງ, ມີຄວາມຮູ້ສຶກກິນແໜງແຄງໃຈຕໍ່ການກະທຳທີ່ບໍ່ຖືກຕ້ອງຂອງຕົນເອງໃນໄລຍະຜ່ານມາ ແລະ ໄດ້ປະຕິບັດໂທດມາແລ້ວເກີນສອງສ່ວນສາມຂອງໂທດ ທີ່ສານຕັດສິນອິດສະຫຼະພາບ ແລະ ໄດ້ຜ່ານການກວດກາແລ້ວ ຈຶ່ງຢັ້ງຢືນວ່າ ນັກໂທດ ຈຳນວນ 14 ຄົນ ແມ່ນມີເງື່ອນໄຂຄົບຖ້ວນ ໃນການປ່ອຍຕົວກ່ອນກຳນົດໂດຍມີ
ເງື່ອນໄຂ ຕາມມາດຕາ 104 ຂອງປະມວນກົດໝາຍອາຍາພາຍຫຼັງກັບອອກໄປຫາຄອບຄົວ ແລະ ບ້ານກໍ່ຕ້ອງປະຕິບັດຕົວໃຫ້ເປັນຄົນດີ ປະກອບສ່ວນເຂົ້າໃນວຽກຕ່າງໆຂອງບ້ານ ແລະ ເມືອງວາງອອກໃຫ້ເຂັ້ມງວດ.