ການແຂ່ງຂັນບານເຕະ ເປບຊີລາວລີກ 1 ປີ 2023 ພ້ອມລະເບີດຄວາມມ່ວນອາທິດນີ້ 8 ທີມຮ່ວມຊີງໄຊ

    0
    94

    ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຫຼື ລີກສູງສຸດຂອງ ສປປ ລາວ ປະຈໍາລະດູການ 2023 ມີ 8 ສະໂມສອນເຂົ້າຮ່ວມຊີງໄຊ ຫຼັງຈາກທີ່ ສະໂມສອນ ບໍລິຄໍາໄຊ ຖືກຖອນຈາກການແຂ່ງຂັນໃນໄລຍະກ່ອນການແຂ່ງຂັນບໍ່ຮອດອາທິດ ເນື່ອງຈາກຝ່າຍຈັດການແຂ່ງຂັນລົງໄປກວດສະໜາມທີ່ແຂວງບໍລິຄໍາໄຊ ແມ່ນບໍ່ຜ່ານຕາມມາດຕະຖານການແຂ່ງຂັນຂອງລີກ.

    ຫຼ້າສຸດ ໃນຕອນແລງຂອງວັທີ 17 ກຸມພາ 2023 ທີ່ສູນການຄ້າວຽງຈັນ ເຊັນເຕີ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ຮ່ວມກັບຝ່າຍຈັດການແຂ່ງຂັນ ແລະ ຜູ້ສະໜັບສະໜູນ ໄດ້ມີພິທີຖະແຫຼງຂ່າວເປີດການແຂ່ງຂັນ ບານເຕະເປບຊີ ລາວລີກ 1 ລະດູການ 2023 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຈັນທະວົງ ສິລິມະໂນທຳ ຮອງ

    ເລຂາທິການ ສຕລ ພ້ອມດ້ວຍຄະນະ, ທ່ານ ແສງມະນີ ໄຊຍະກອນ ຜູ້ຈັດການຊ່ອງທາງການຈັດຈຳໜ່າຍເຄື່ອງດື່ມທີ່ບໍ່ມີທາດເຫລົ້າ ບໍລິສັດ ເບຍລາວ ຈຳກັດ, ທ່ານ ທອນແກ້ວ ສີຫາວົງ ຮອງຫົວຫນ້າຝ່າຍປະຕິບັດການ ແລະ ພັດທະນາ ເຄື່ອຂ່າຍ ລາວໂທລະຄົມ, ບໍລິສັດ ລາວໂທລະຄົມ ມະຫາຊົນ ຈຳກັດ , ທ່ານ ແຮັບປີ້ ສີສົມພອນ ຜູ້

    ອຳນວຍການຝ່າຍການຕະຫລາດ, ບໍລິສັດ ອີໂວ ຈຳກັດ, ທ່ານ ອະພິຊາດ ສະຫວັດມົງຄົນ ຜູ້ຊ່ວຍອຳນວຍການສູນການຄ້າວຽງຈັນເຊັນເຕີ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

    ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ ໄດ້ກ່າວຈຸດປະສົງຂອງການຈັດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2023 ວ່າ: ສໍາລັບ ການແຂ່ງຂັນປີນີ້ມີ 8 ສະໂມສອນເຂົ້າຮ່ວມຄື: 1. ສະໂມສອນ ກີລາບານເຕະ ຊ້າງນ້ອຍ 2. ສະໂມສອນ ກີລາບານເຕະ ກອງທັບ 3. ສະໂມສອນ ກີລາບານເຕະ ວຽງຈັນ 4. ສະໂມສອນ ກີລາບານເຕະ ເອສະຣາ

    5. ສະໂມສອນ ກີລາບານເຕະ ມາສເຕີ 7 6. ສະໂມສອນ ກີລາບານເຕະ ຫຼວງພະບາງ 7. ສະໂມສອນ ກີລາບານເຕະ ຈຳປາສັກ 8. ສະໂມສອນ ກີລາບານເຕະ ຫຼວງນໍ້າທາ

    ຂະນະດຽວກັນ ທ່ານ ສັນຕິກອນ ແສງດາລາ ຫົວຫນ້າພະແນກຈັດການແຂ່ງຂັນ ສຕລ ໄດ້ອະທິບາຍ ຮູບແບບຂອງການຈັດແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2023 ໂດຍຈະໃຊ້ 6 ສະຫນາມ ແຂ່ງຂັນຄື: ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມໃນ, , ສະຫນາມກິລາກອງທັບ ຫຼັກ 5, ສະຫນາມກິລາມະຫາວິທະຍາໄລແຫ່ງຊາດລາວ, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ ແລະ ສະຫນາມກິລາແຂວງຫຼວງນ້ຳທາ.

    ສ່ວນຮູບແບບການຈັດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ແມ່ນນໍາໃຊ້ຮູບແບບການແຂ່ງຂັນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບ ເຊິ່ງຈະເລີ້ມແຂ່ງຂັນນັບຕັ້ງແຕ່ວັນທີ 18 ກຸມພາ ຫາ ສິງຫາ 2023 ຈຳນວນນັດແຂ່ງຂັນທັງຫມົດ 56 ນັດ, ສະໂມສອນທີ່ໄດ້ເປັນແຊ້ມ ເປບຊີ ລາວລີກ 1ໃນ ລະດູການ 2023 ຈະໄດ້ເປັນສະໂມສອນຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC Cup 2024 (ແຕ່ຕ້ອງໄດ້ຮັບໃບອະນຸຍາດສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.

    ໃນທ້າຍພິທີຍັງໄດ້ມີພິທີມອບການອຸປະຖຳ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2023 ຈາກຫລາຍບໍລິສັດຄື:ບໍລິສັດ ເບຍລາວ ຈຳກັດ ສະຫນັບສະຫນູນ ເປັນຈຳນວນ 1,638,000,000 ກີບ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຈຳນວນ 481,288,000 ກີບ ແລະ ບໍລິສັດ ອີໂວ ຈຳກັດ 77,761,000 ກີບ ກ່າວຮັບໂດຍແມ່ນ ທ່ານ ຈັນທະວົງ ສິລິມະໂນທຳ ຮອງເລຂາທິການ ສຕລ.

    ສໍາລັບ ຕາຕະລາງແຂ່ງຂັນອາທິດທໍາອິດມີດັ່ງນີ້:ວັນເສົາ 18/02/2023 ມີການແຂ່ງຂັນ 2 ຄູ່ ເວລາ 16:00 ສະໂມສອນບານເຕະ ວຽງຈັນ ພົບກັບ ສະໂມສອນບານເຕະ ເອສະຣາ ແຂ່ງຂັນຢູ່ທີ່ສະຫນາມກິລາມະຫາວິທະຍາໄລແຫ່ງຊາດລາວ ເວລາ 16:00 ສະໂມສອນບານເຕະ ຊ້າງນ້ອຍ ພົບກັບ ສະໂມສອນບານເຕະ ນ້ຳທາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16,

    ວັນອາທິດ 19/02/2023 ມີການແຂ່ງຂັນ 2 ຄູ່: ເວລາ 16:00 ສະໂມສອນບານເຕະ ກອງທັບ ພົບກັບ ສະໂມສອນບານເຕະ ຫຼວງພະບາງ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5 ເວລາ 16:00 ສະໂມສອນບານເຕະ ມາສເຕີ້ ເຊເວັ້ນ ພົບກັບ ສະໂມສອນບານເຕະ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16
    ຂ່າວ-ຮູບ: Larh Creators

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.