ເລັ່ງໃຫ້ຫົວໜ່ວຍທຸລະກິດ ສົ່ງລາຍງານບັນຊີປະຈຳປີ 2022 ຢ່າງຮີບດ່ວນ ບໍ່ໃຫ້ກາຍ 31 ມີນາ ຫາກບໍ່ຖືກລະບຽບການ ຈະຖືກປັບໃໝ 20 ລ້ານກີບ

    0
    216

    ວັນທີ 16 ກຸມພາ 2023 ນີ້ ສ່ວຍສາອາກອນປະຈໍາເມືອງໄຊເສດຖາ ນະຄອນຫລວງຽງຈັນ ອອກແຈ້ງການເຖິງຜູ້ອຳນວຍການ ຫລື ເຈົ້າຂອງທຸລະກິດທີ່ຖືບັນຊີທຸລະກິດພາຍໃນເມືອງໄຊເສດຖາ ວ່າ: ປີການບັນຊີ 2022 ແມ່ນໄດ້ສິ້ນສຸດແລ້ວ ໃນວັນທີ 31 ທັນວາ 2022 ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 8 ຂອງກົດໝາຍວ່າດ້ວຍການບັນຊີ

    ເລກທີ 47/ສພຊ ແລະ ທຸກໆຫົວໜ່ວຍທີ່ຖືບັນຊີວິສາຫະກິດ ຕ້ອງສະຫຼຸບ-ລາຍງານການເງິນ (ສະຫຼຸບບັນຊີ) ປະຈໍາປີ 2022 ພ້ອມທັງຈັດສົ່ງ ໃຫ້ສ່ວຍສາອາກອນປະຈໍາເມືອງໄຊເສດຖາ ເລີ່ມແຕ່ວັນທີ 1 ມັງກອນ 2023 ແລະ ສິ້ນສຸດໃນວັນທີ 31 ມີນາ 2023 ຕາມທີ່ໄດ້ກໍານົດໄວ້ໃນຂໍ້ຈໍ້າທີ 2 ມາດຕາ 19 ຄໍາແນະນໍາຂອງລັດຖະມົນຕີກະຊວງການເງິນ ເລກທີ 531/ກງ.

    ກໍລະນີ, ຫົວຫນ່ວຍທີ່ຖືບັນຊີວິສາຫະກິດໃດ ສ້າງເອກະສານລາຍງານການເງິນ (ສະຫລຸບບັນຊີ) ບໍ່ຄົບຖ້ວນ, ບໍ່ຖືກຕ້ອງກັບຄວາມຈິງ ແລະ ລາຍງານ (ສົ່ງ) ຊັກຊ້າ ຫຼື ບໍ່ລາຍງານ (ບໍ່ສົ່ງ) ຈະຖືກປັບໃໝ 20.000.000 ກີບ ຕາມທີ່ ໄດ້ກໍານົດໄວ້ໃນມາດຕາ 30, ຂໍ້ ຂ, ຂໍ້ 13 ຄໍາແນະນໍາຂອງລັດຖະມົນຕີກະຊວງການເງິນ ເລກທີ 531/ກງ.ດັ່ງນັ້ນ, ຈຶ່ງຖືເປັນກຽດແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.