ຂ່າວກະຊວງການເງິນລາຍງານໃຫ້ຮູ້ວ່າ: ວັນທີ 20 ກຸມພາ 2023 ນີ້, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານຫຼັກ 15 ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໄດ້ຕິດຕາມ, ກວດກາຕາມແຫຼ່ງຂ່າວພົບເຫັນເປົ້າໝາຍເປັນລົດກະບະຍີ່ຫໍ້ TOYOTA VIGO 2 ປະຕູເຄິ່ງ, ສີປອນ ແລະ ລົດກະບະຍີ່ຫໍ້ TOYOTA REVO 4 ປະຕູ (ບໍ່ຕິດປ້າຍທະບຽນ) ຈອດຢູ່ໃນເຂດບ້ານສິມມະໂນ-ຄວາຍແດງ ແລະ ເຂດບ້ານສາລະຄຳ.
ຜ່ານການສືບສວນ-ສືບສວນເບື້ອງຕົ້ນເຫັນວ່າ: ລົດຈຳນວນດັ່ງກ່າວແມ່ນລັກລອບນຳເຂົ້າແບບບໍ່ຖືກຕ້ອງ, ບໍ່ມີເອກະສານເສຍພາສີ-ອາກອນ ແລະ ພັນທະອື່ນ.ດັ່ງນັ້ນ, ຈຶ່ງໄດ້ນຳລົດທັງ 2 ຄັນມອບໃຫ້ພະແນກ ພສປ ກົມພາສີ ກະຊວງການເງິນ, ດໍາເນີນການແກ້ໄຂຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.
ພົບອີກແລ້ວ ເຈົ້າໜ້າທີ່ພາສີ ຫຼັກ 15 ກວດພົບ ແລະ ຢຶດລົດນໍາເຂົ້າບໍ່ຖືກຕ້ອງ 2 ຄັນ