ອາກາດຈະກັບມາເຢັນລົງອີກໃນທ້າຍອາທິດນີ້ 1-2 ອົງສາ ໄລຍະວັນທີ 20 ຫາ 26 ກຸມພານີ້

    0
    66

    ອາກາດຈະກັບມາເຢັນລົງອີກໃນທ້າຍອາທິດນີ້ 1-2 ອົງສາ ເນື່ອງຈາກມວນອາກາດໜາວເຢັນທີ່ປະເທດຈີນທີ່ມີກຳລັງປານກາງ ຫາ ແຮງ ຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່.

    ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 20 ຫາ 26 ກຸມພາ 2023 ວ່າ: ໄລຍະວັນທີ 20 ຫາ 26 ກຸມພານີ້ ມວນອາກາດໜາວເຢັນທີ່ປະເທດຈີນທີ່ມີກຳລັງປານກາງ ຫາ ແຮງ ຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວອີກເທື່ອໃໝ່, ພ້ອມດຽວກັນກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດ

    ປົກຄຸມ ຊຶ່ງຈະເຮັດໃຫ້ອາກາດໜາວເຢັນລົງ 1 ຫາ 2 ອົງສາ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ສຳລັບແຂວງພາກກາງ ແລະ ພາກໃຕ້ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.