ເກີດເຫດໄຟໄໝ້ຂີ້ເຫຍື້ອ ຢູ່ສະໜາມຂີ້ເຫຍື້ອເຂດບ້ານຫຼັກແປດ ນະຄອນຫຼວງພະບາງ

    0
    36

    ນັບແຕ່ຕອນຄໍ່າຂອງວັນທີ 13 ກຸມພາ 2023 ທີ່ເກີດມີໄຟໄໝ້ຂີ້ເຫຍື້ອ ຢູ່ສະໜາມຂີ້ເຫຍື້ອ ເຂດບ້ານຫຼັກແປດ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ເຮັດໃຫ້ເກີດມີຄວັນໄຟປົກຄຸມບໍລິເວນອ້ອມຮອບ ຈົນເຖິງປັດຈຸບັນ.

    ທ່ານ ດາວັນ ສີລິວົງ ຮອງຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ນະຄອນຫຼວງພະບາງ ໃຫ້ສຳພາດໃນວັນທີ 23 ກຸມພາ 2023 ວ່າ: ພາຍຫຼັງເກີດໄຟໄໝ້

    ຂີ້ເຫຍື້ອ ທາງພາກສ່ວນຮັບຜິດຊອບສະໜາມຂີ້ເຫຍື້ອ ກໍໄດ້ສົມທົບກັບເຈົ້າໜ້າທີ່ດັບເພີງ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ ສຸມໃສ່ດັບໄຟທີ່ກຳລັງລຸກໄໝ້ ທັງໄດ້ສ້າງແລວກັນໄຟ ບໍ່ໃຫ້ແຜ່ລາມເປັນວົງກວ້າງ ໂດຍໄດ້ດຳເນີນຕະຫຼອດຄືນ ແຕ່ບໍ່ສາມາດດັບໄຟໃຫ້ມອດໄດ້.

    ມາຮອດປັດຈຸບັນກໍຍັງມີຄວັນໄຟອອກມາຈາກອ່າງເກັບຂີ້ເຫຍື້ອ ເນື່ອງຈາກການດັບໄຟ ມີຄວາມຫຍຸ້ງຍາກ ຍ້ອນເນື້ອທີ່ຂອງຈຸດເກີດເຫດມີບໍລິເວນກວ້າງ ຜ່ານມາຄະນະຮັບຜິດຊອບໄດ້ເຮັດເປັນລັກສະນະອ່າງເກັບ ໂດຍມີຄວາມເລິກຫຼາຍແມັດ ແລະ ໄດ້ຖົມຂີ້ເຫຍື້ອເປັນ 3 ຊັ້ນ ຄາດວ່າໄຟອາດຈະໄໝ້ຂີ້ເຫຍື້ອຮອດຊັ້ນທຳອິດ ຈຶ່ງເຮັດໃຫ້ການດັບ

    ໄຟພົບຄວາມຫຍຸ້ງຍາກ ແລະ ເຮັດໃຫ້ເກີດມີຄວັນໄຟອອກມາຢ່າງຕໍ່ເນື່ອງ. ສ່ວນສາເຫດຂອງການເກີດໄຟໄໝ້ ອາດຈະເກີດຈາກການຂາດສະຕິຂອງຜູ້ທີ່ເຂົ້າໄປໄຈ້ເອົາສິ່ງເສດເຫຼືອຈາກຂີ້ເຫຍື້ອ ໂດຍເຮັດໃຫ້ເກີດໝັດໄຟໃສ່ຂີ້ເຫຍື້ອທີ່ເປັນອາຍແກ໊ສ ແລ້ວເກີດມີໄຟລຸກລາມ.

    ປັດຈຸບັນພາກສ່ວນຮັບຜິດຊອບ ພວມສືບ ຕໍ່ສີດນໍ້າສະກັດຄວັນທີ່ອອກມາຈາກຂີ້ເຫຍື້ອ ໂດຍໄດ້ຮັບການຮ່ວມມືຈາກພາກລັດ ແລະ ພາກທຸລະກິດ ໂດຍສະເພາະການສົມທົບດ້ານອຸປະກອນ ແລະ ພາຫະນະເຂົ້າຊ່ວຍ ຄາດວ່າຈະໃຊ້ເວລາອີກດົນສົມຄວນ ຍ້ອນຂາດງົບປະມານຈັດຊື້ນ້ຳມັນເຊື້ອໄຟ ແລະ ອຸປະກອນຈຳເປັນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.