ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ເນັ້ນ 7 ບັນຫາຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2022ຄື:
ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ IV ແລະ ຕັ້ງໜ້າຕິດຕາມການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ສອດຄ່ອງກັບບັນດາມະຕິ, ຄຳສັ່ງ ຂອງສູນກາງພັກ ແລະ ສູ້ຊົນປະຕິບັດໜ້າວຽກທີ່ສະພາແຫ່ງຊາດ ໄດ້ຕົກລົງມອບໝາຍສຳລັບປີ 2023, ວາງແຜນລະອຽດ ເພື່ອຈັດຕັ້ງປະຕິບັດເນື້ອໃນ
ກອງປະຊຸມຄັ້ງນີ້ ໃຫ້ເປັນຂະບວນການຕົວຈິງຢ່າງແຂງແຮງ. ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຕົວຈິງ, ຄະນະກວດກາ ຂອງກະຊວງ-ອົງການ ແລະ ແຂວງ-ນະຄອນຫຼວງວຽງຈັນ ຕ້ອງຮີບຮ້ອນປຶກສາຫາລື ແລະ ຫັນເປັນແຜນການເຄື່ອນໄຫວປະຕິບັດໃຫ້ລະອຽດຈະແຈ້ງ ໂດຍຕິດພັນກັບການແກ້ໄຂບັນຫາຕົວຈິງ ທີ່ຍັງຄົງຄ້າງຜ່ານ
ມາ ກໍຄືບັນຫາທີ່ເກີດຂຶ້ນໃນແຕ່ລະໄລຍະຂອງການເຄື່ອນໄຫວນຳພາ-ຊີ້ນຳໂດຍປະຕິບັດຕາມຈິດໃຈ ເຮັດຮອດໃສ ກວດກາຮອດຫັ້ນ ເຫັນການລະເມີດຢູ່ບ່ອນໃດ ກໍແກ້ໄຂໃຫ້ເດັດຂາດທັນການ, ບໍ່ປະໃຫ້ຄຸມເຄືອແກ່ຍາວ.
ສືບຕໍ່ສຸມໃສ່ການເຄື່ອນໄຫວຕີຖອຍ ການສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວທີ່ບໍ່ຖືກຕ້ອງຂອງພະນັກງານ-ສະມາຊິກພັກ, ເຈົ້າໜ້າທີ່ລັດແຕ່ລະຂັ້ນ, ຢັບຢັ້ງການລະເມີດກົດລະບຽບພັກ, ກົດໝາຍຂອງລັດ ແລະ ລະເມີດສິດເປັນເຈົ້າຂອງປະຊາຊົນ, ພ້ອມທັງເດັດຂາດ ປະຕິບັດມາດຕະການທາງວິໄນ ແລະ ດຳເນີນຄະດີຕໍ່ຜູ້ລະເມີດ ທີ່
ສ້າງຜົນເສຍຫາຍຕໍ່ຊັບສິນຂອງລັດ-ສັງຄົມ, ສ້າງຄວາມເສື່ອມເສຍຕໍ່ບົດບາດອິດທິພົນຂອງພັກ. ຄຽງຄູ່ກັນນັ້ນ ກໍຕ້ອງເປັນເຈົ້າການສູງໃນການຄົ້ນຄວ້າ-ສັງລວມ, ສະເໜີແນະບັນດາມາດຕະການແກ້ໄຂ ເພື່ອສະກັດກັ້ນພຶດຕິກຳການສວຍໃຊ້ຊ່ອງວ່າງຂອງລະບຽບກົດໝາຍ ຫຼື ປ້ອງກັນການກະທຳຜິດຈາກການຂາດຄວາມຮັບຜິດຊອບ, ຄວາມຮູ້
ຄວາມສາມາດຈຳກັດ ຊຶ່ງທຸກການກະທຳຜິດ ທີ່ບໍ່ໄດ້ຕັ້ງໃຈ ກໍ່ສາມາດສ້າງຜົນເສຍຫາຍຫຼາຍດ້ານ ຕໍ່ສ່ວນລວມ ແລະ ຜູ້ກະທຳຜິດ ບໍ່ວ່າໃນກໍລະນີໃດ ກໍຕ້ອງມີຄວາມຮັບຜິດຊອບທາງການເມືອງ ແລະ ຕໍ່ລະບຽບກົດໝາຍ.
ຫັນການເຄື່ອນໄຫວນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດວຽກງານກວດກາ, ຕ້ານການສໍ້ລາດບັງຫຼວງ ເປັນເນື້ອໃນ ແລະ ຄາດໝາຍລະອຽດຈະແຈ້ງ ເພື່ອເປັນບ່ອນອີງອັນ ໜັກແໜ້ນໃນການປະຕິບັດ, ເປັນເນື້ອໃນທີ່ຮັດກຸມໃນການເຜີຍແຜ່ປຸກລະດົມຂະບວນການປະຕິບັດ ແລະ ຕໍ່ພະນັກງານ-ສະມາຊິກພັກ. ໃນນັ້ນ, ການກວດກາພັກ ສຸມໃສ່
ກວດກາການປະຕິບັດຫຼັກການ, ລະບຽບ-ລະບອບການເຄື່ອນໄຫວຈັດຕັ້ງນຳພາ ຂອງການຈັດຕັ້ງພັກ; ກວດກາລັດ ເນັ້ນການຄຸ້ມຄອງກວດກາໂຄງການລົງທຶນແຕ່ຫົວທີ, ກວດເມື່ອມີປະກົດການລະເມີດກົດໝາຍ ເພື່ອແກ້ໄຂຊ່ອງວ່າງນຳໄປເຖິງການລະເມີດ ແລະ ແກ້ໄຂຕໍ່ຜູ້ລະເມີດຕາມກົດໝາຍ; ສ່ວນການສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ກໍສຸມໃສ່ປັບປຸງນິຕິກຳລະອຽດ ແລະ ອີງໃສ່ຜົນການກວດກາ ເພື່ອລົງເລິກສືບສວນ-ສອບສວນ ດຳເນີນຄະດີຕໍ່ຜູ້ທີ່ສໍ້ລາດບັງຫຼວງ.
ເອົາໃຈໃສ່ປັບປຸງການເຄື່ອນໄຫວກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ດຳເນີນການຢ່າງຕໍ່ເນື່ອງ, ພ້ອມທັງສົມທົບລະຫວ່າງການເຄື່ອນໄຫວກວດກາການບໍລິຫານຄຸ້ມຄອງລັດ ຕາມຂັ້ນຄຸ້ມຄອງບໍລິຫານ ແລະ ກວດກາການຈັດຕັ້ງປະຕິບັດການຄຸ້ມຄອງລົງເລິກຕາມຂະແໜງການວິຊາສະເພາະ-ເຕັກນິກ ຢ່າງກົມກຽວ.
ປັບປຸງການເຄື່ອນໄຫວຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ໃຫ້ສອດຄ່ອງກັບພາລະບົດບາດຂອງອົງການກວດກາລັດ (ບັນຫາທີ່ພົວພັນກັບການຕົກລົງຂອງອົງການລັດ ແລະ ການເຄື່ອນໄຫວຂອງເຈົ້າໜ້າທີ່ລັດ), ມີຂໍ້ມູນອ້າງອີງເບື້ອງຕົ້ນທີ່ໜ້າເຊື່ອຖື ແລະ ມີການປະສານງານຢູ່ພາຍໃນອົງການກວດກາ ແລະ ກັບພາກສ່ວນອື່ນທີ່ກ່ຽວຂ້ອງ.
ເພີ່ມທະວີບົດບາດເປັນເສນາທິການໃຫ້ແກ່ຄະນະພັກ ແລະ ອໍານາດການປົກຄອງແຕ່ລະຂັ້ນ ປະຕິບັດເຂັ້ມງວດ ຕາມຈິດໃຈຄຳສັ່ງ 169/ຄລສພ ໃນຄຳສັ່ງສະບັບນີ້ ໄດ້ມີເນື້ອໃນທີ່ຈະແຈ້ງຮັດກຸມສົມຄວນ ກ່ຽວກັບການເພີ່ມທະວີຄວາມເຂັ້ມແຂງດ້ານການຈັດຕັ້ງ-ພະນັກງານ ກໍຄືການຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານກວດກາ ພ້ອມນັ້ນກໍເປັນເຈົ້າການກະກຽມດ້ານເນື້ອໃນການດຳເນີນຊີວິດການເມືອງກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ໃຫ້ແທດກັບສະພາບຕົວຈິງ.
ມີມາດຕະການຕົວຈິງ ໃນການປັບປຸງການຈັດຕັ້ງກໍານົດຕໍາແໜ່ງງານ ແລະ ການບໍາລຸງກໍ່ສ້າງພະນັກງານກວດກາ, ໃນນັ້ນ ຕ້ອງສຸມໃສ່ແກ້ໄຂໂຄງສ້າງດ້ານການຈັດຕັ້ງທີ່ມີແລ້ວເປັນຫຼັກ, ກຳນົດຕຳແໜ່ງງານ ແລະ ມອບໝາຍຜູ້ຮັບຜິດຊອບຕົວຈິງໃຫ້ຈະແຈ້ງ, ຄຸ້ມຄອງການເຄື່ອນໄຫວປະຕິບັດໜ້າທີ່ຂອງພະນັກງານ; ພ້ອມນັ້ນ ກໍເປັນເຈົ້າການຈັດຕັ້ງກໍ່ສ້າງ, ບຳລຸງ, ຝຶກອົບຮົມພະນັກງານໃຫ້ຕໍ່ເນື່ອງ ແລະ ມີການຄຸ້ມຄອງ, ປະເມີນຄຸນນະພາບ ກໍຄືທ່າຂະຫຍາຍຂອງພະນັກງານແຕ່ລະຄົນຢ່າງເຂັ້ມແຂງ.
ຂ່າວ-ພາບ: ກວດກາສູນກາງ