ວັນທີ 21 ກຸມພາ 2023 ຜ່ານມາ, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານຫລັກ 36 ໄດ້ຕິດຕາມ, ກວດກາຕາມແຫລ່ງຂ່າວຢູ່ເສັ້ນທາງ 13 ໃຕ້ເຂດບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ຈຶ່ງພົບເຫັນເປົ້າໝາຍເປັນສິນຄ້າ, ເຄື່ອງຂອງປະເພດຕູ້ເຢັນ
ຈຳນວນ 72 ໜ່ວຍ, ທີ່ເຄື່ອນຍ້າຍເຂົ້າມານະຄອນຫລວງວຽງຈັນ, ໂດຍບໍ່ມີເອກະສານ ແລະ ເຄື່ອນຍ້າຍບໍ່ຖືກຕ້ອງ. ດັ່ງນັ້ນ, ຈຶ່ງໄດ້ນໍາເອົາສິນຄ້າດັ່ງກ່າວມອບໃຫ້ພະແນກ ພສປ ດຳເນີນການແກ້ໄຂຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການຕໍ່ໄປ.
ກໍລະນີດັ່ງກ່າວ ຜູ້ກ່ຍວກະທຳຜິດຕໍ່ກົດໝາຍອາຍາ ມາດຕາ 284 ຖ້າຫາກບຸກຄົນໃດຫາກນຳເຂົ້າ ຫລື ສົ່ງອອກສິນຄ້າໂດຍບໍ່ຖືກຕ້ອງຕາມກົດໝາຍ ດ້ວຍການລັກລອບເອົາສິນຄ້າເຂົ້າ-ອອກ ໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ສາມປີ ແລະ ຖືກປັບໃໝແຕ່
1.000.000 ກີບ ຫາ 10.000.000 ກີບ,ໃນກໍລະນີທີ່ການກະທຳຜິດເປັນອາຈິນ ຈະຖືກລົງໂທດຕັດອິດສະລະພາບແຕ່ ໜຶ່ງປີ ຫາ ຫ້າປີ ແລະ ປັບໃໝແຕ່ 3.000.000 ກີບ ຫາ 20.000.000 ກີບ.