ເກີດມີຫາງສຽງ ເຂົ້າຊື້ພັນທະບັດງວດທີ 2 ໄດ້ຄິວອັນດັບທຳອິດ ແຕ່ກໍຍັງບໍ່ສາມາດຊື້ໄດ້

    0
    127

    ມື້ທຳອິດທີ່ມີການຂາຍພັນທະບັດງວດທີ 2 ຫຼື ຄັ້ງທີ 2 ໃຫ້ແກ່ມວນຊົນ ທັ້ງນີ້ກໍເພື່ອເປັນການຈັດຕັ້ງນະໂຍບາຍເງິນຕາ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດ.

    ວັນທີ 28 ກຸມພາ 2023 ພາຍຫຼັງທີ່ໄດ້ມີການເປີດຂາຍພັນທະບັດ ງວດທີ 2 ກໍໄດ້ຜົນຕອບຮັບເປັນຢ່າງດີ ໂດຍສະເພາະບັນດາ ພໍ່ແມ່ ປະຊາຊົນ ພໍ່ຄ້າຊາວຂາຍ ບັນດາພະນັກງານ ຕ່າງກໍໄດ້ກຽມອອກໄປທະນາຄານຕັ້ງແຕ່ເຊົ້າເພື່ອທີ່ຈະລໍຖ້າຊື້ພັນທະບັດຈຳນວນຫຼາຍ, ຢ່າງໃດກໍຕາມ ຍັງພົບຫາງສຽງຈາກປະຊາຊົນຫຼາຍຄົນ ທີ່ໄດ້ຄິວອັນດັບຕົ້ນໆ ກໍຍັງບໍ່ສາມາດຊື້ພັນທະບັດໄດ້.

    ໂດຍມີຜູ້ໃຊ້ເຟສບຸກຊື່  ອອກມາລາຍງານຜ່ານເຟສບຸກວ່າ: ໄດ້ມາລໍຖ້າເພື່ອຊື້ພັນທະບັດທີ່ທະນາຄານ ຕັ້ງແຕ່ 7:30 ນາທີ ພາຍຫຼັງທີ່ທະນາຄານໄດ້ເປີດໃຫ້ບໍລິການ ຕົນກໍໄດ້ເຂົ້າໄປເປັນຄົນທຳອິດ ແລະ ກໍໄດ້ລົງຊື່ຜູ້ກ່ຽວເປັນຄົນທຳອິດເຊັ່ນກັນ ຕໍ່ມາໃນເວລາ 8:30 ນາທີ ທາງທະນາຄານກໍໄດ້ອອກມາບອກວ່າ “ພັນທະບັດໄດ້ໝົດແລ້ວ”.

    ເຈ້ຍລາຍຊື່ ຄິວຜູ້ຈະໄດ້ຊື້ພັນທະບັດນອກນີ້ ກໍຍັງມີຜູ້ໃຊ້ເຟສບຸກຊື່Olay Keokhumphavanh ອອກມາລາຍງານຄືກັນວ່າ: “ມາແຕ່ 8 ໂມງ ທະນາຄານຍັງບໍ່ເປີດ ກົດບັດຄິວໄດ້ຄົນທີ 3 ພາຍຫຼັງທີ່ຍື່ນເອກະສານຄົບ ທະນະຄານແຈ້ງລະບົບຫຼົ່ມ ຕໍ່ມາເວລາ 9:20 ນາທີ ທະນາຄານກໍແຈ້ງວ່າພັນທະບັດໝົດ ເຊິ່ງຄົນມາຊື້ກໍບໍ່ໄດ້ພັນທະບັດຈັກຄົນ.

    ສະນັ້ນ ຈຶ່ງມີຫາງສຽງອອກມາວ່າ ເປັນຫຍັງທັງທີ່ຫາກໍເປີດຂາຍ ພັດທະບັດຄືໝົດແລ້ວ ໂດຍສະເພາະຜູ້ທີ່ໄດ້ຄິວເປັນຜູ້ອັນດັບຕົ້ນໆທີ່ສາມາດເຂົ້າຊື້ພັນທະບັດໄດ້ ແຕ່ກໍຍັງບໍ່ສາມາດຊື້ພັນທະບັດໄດ້.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.