ແຈ້ງການ ການປະກອບສວນທືນສົມທົບການຈັດງານເທດສະການບຸນຜີໂຂນປະຈໍາປີ 2023

    0
    97

    ເມືອງປາກລາຍ ແຂວງໄຊຍະບູລີ ອອກແຈ້ງການກ່ຽວກັບການ ປະກອບສວນທືນສົມທົບການຈັດງານເທດສະການບຸນຜີໂຂນປະຈໍາປີ 2023 ເຊົິ່ງມີລາຍລະອຽດດັ່ງນີ້:

    ອີງຕາມ ກົດຫມາຍ ວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ )ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015 ພາກທີ IV, ຫມວດທີ 4, ມາດຕາ 40 ວ່າດ້ວຍສິດ ແລະ ຫນ້າທີ່ຂອງເຈົ້າເມືອງ. ອີງຕາມ ການຕົກລົງເຫັນດີເປັນເອກະພາບໃນກອງປະຊຸມສາມັນປະຈໍາເດືອນຂອຄະນະປະຈໍາພັກເມືອງ ຄັ້ງວັນທີ 22 ກຸມພາ 2023.

    ເຈົ້າເມືອງ ປາກລາຍ ຂໍຖືເປັນກຽດແຈ້ງມາຍັງບັນດທານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວຫນ້າຫ້ອງການ, ອົງການ ແລະ ກົມກອງ ພາຍໃນເມືອງ ຊາບວ່າ: ເພື່ອເປັນການປະກອບສ່ວນຊຸກຍູ້ ການຈັດ ງານເທດສະການບຸນຜີໂຂນ ປະຈໍາປີ 2023 ເຊິ່ງປີນີ້ໄດ້ຈັດໃຫຍ່ ແລະ ມີຫຼາຍກິດຈະກໍາທີ່ຈະໄດ້ມອບເປັນລາງວັນ
    ແລະ ໄດ້ກໍານົດອັດຕາການປະກອບສ່ວນ ມີລາຍລະອຽດລຸ່ມນີ້:

    1. ການນໍາຂອງເມືອງ, ຂະແຫນງການ, ພະນັກງານຂັ້ນເມືອງ ໃຫ້ປະກອບສ່ວນ:ຄະນະປະຈໍາພັກເມືອງ 150.000 ກີບ , ຫົວຫນ້າຫ້ອງການຂັ້ນເມືອງ ຫຼື ຕໍາແຫນ່ງທຽບເທົ່າ 100.000 ກີບ , ຮອງຫົວຫນ້າຫ້ອງການຂັ້ນເມືອງ ຫຼື ຕໍາແຫນ່ງທຽບເທົ່າ 80.000 ກີບ , ຫົວຫນ້າຫນ່ວຍງານ ຫຼື ຕໍາແຫນ່ງທຽບເທົ່າ 60.000 ກີບ , ຮອງຫົວຫນ້າຫນ່ວຍງານຂັ້ນເມືອງ ຫຼື ຕໍາແຫນ່ງທຽບເທົ່າ 40.000 ກີບ , ພະນັກງານ-ລັດຖະກອນ 30.000 ກີບ

    2. ກໍາລັງປະກອບອາວຸດ, ທະຫານ, ຕໍາຫຼວດ:ຊັ້ນພັນໂທ 100.000 ກີບ , ຊັ້ນພັນຕີ 80.000 ກີບ , ຊັ້ນຮ້ອຍເອກ60.000 ກີບ , ຊັ້ນຮ້ອຍໂທ40.000 ກີບ , ຊັ້ນຮ້ອຍຕີລົງມາ 30.000 ກີບ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.