ແຈ້ງເຖິງຜູ້ມັກສ່ຽງໂຊກ-ຊິງລາງວັນ ວັນທີ 8 ມີນານີ້ ງົດອອກຫວຍ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ອອກແຈ້ງການ
ເຖິງຫົວໜ້າຕົວແທນຈໍາໜ່າຍຫວຍພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດ.
ເລື່ອງ ໂຈະການຈຳໜ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນພຸດ, ວັນທີ 08 ມີນາ 2023 ເນື່ອງຈາກວັນພຸດ, ວັນທີ 08 ມີນາ 2023 ເປັນວັນພັກ
ລັດຖະການ (ວັນແມ່ຍິງສາກົນ) ສະນັ້ນ, ເພື່ອຮັບປະກັນໃຫ້ການເຄື່ອນໄຫວຈຳໜ່າຍຫວຍພັດທະນາ ໄດ້ດຳເນີນໄປຕາມແຜນການ ແລະ ມີປະສິດທິຜົນດີ ບໍລິສັດ ລັດວິສາຫະກິດຫວຍພັດທະນາ ຈະໄດ້ໂຈະການຈຳໜ່າຍ ແລະ ໂຈະການອອກເລກລາງວັນຫວຍພັດທະນາ ໃນວັນພຸດ, ວັນທີ 08 ມີນາ 2023, ບໍ່ມີການອອກທົດແທນຄືນ.
ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.