ຄົນເກີດວັນອາທິດ:ການງານຄວາມດຸໝັ່ນຈະນຳພາໂອກາດ ແລະ ຄວາມສຳເລັດມາສູ່ຕົນສະເໝີ ໄລຍະນີ້ເດີນທາງຕິດຕໍ່ການງານຄ່ອນຂ້າງຫຼາຍ ການເງິນໃຊ້ຄວາມປະຢັດເອົາໄວ້ກ່ອນຈະດີທີ່ສຸດໃນໄລຍະນີ້ ການເງິນບໍ່ໂດດເດັ່ນປານໃດ ຄວາມຮັກຈະພົບຄູ່ ພົບຄົນທີ່ຖືກໃຈໃນໄລຍະນີ້ ບຸນເກົ່າຈະນຳພາມາໃຫ້ພົບກັນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ2
ຄົນເກີດວັນຈັນ:ການງານສຶກສາຂໍ້ມູນໃໝ່ໆ ແລະ ເລືອກວິທີປະຕິບັດທີ່ຈະສົ່ງຜົນໃຫ້ເກີດຄວາມສຳເລັດໃນທຸລະກິດໄດ້ດີທີ່ສຸດ ການເງິນມີໂຊກຈະໄດ້ເງິນ ຫຼື ວຽກພິເສດບາງຢ່າງຈະເຮັດໃຫ້ໄດ້ເງິນເຂົ້າມາເພີ່ມເຕີມ ຄວາມຮັກສຸກສົມຫວັງລົງຕົວດີຂຶ້ນກ່ຽວກັບເລື່ອງຂອງຄວາມຮັກ ແລະ ຄວາມສຳພັນ ຖ້າມີເວລາໃຫ້ກັນຫຼາຍຂຶ້ນ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີຂຽວ ເລກນຳໂຊກ3
ຄົນເກີດວັນອັງຄານ:ການງານຈະພົບອຸປະສັກດ້ານການງານໃນໄລຍະນີ້ ແຕ່ໂຊກດີທີ່ຜູ້ໃຫຍ່ຄອຍຖ້າສະໜັບສະໜຸນທ່ານສະເໝີ ການເງິນຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ ຊັບສິນເພີ່ມພູນຂຶ້ນ ເກີດຄວາມຈະເລີນຮຸ່ງເຮືອງ ຄວາມຮັກຈະພົບວ່າຕົນເອງເປັນຜູ້ທີ່ມີສະເໜ່ ຈຶ່ງມີຄົນເຂົ້າມາສົນໃຈ ແຕ່ກໍຍັງບໍ່ຊັດເຈນ ຕ້ອງໃຊ້ເວລາເບິ່ງກັນຕໍ່ໄປ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີບົວ ເລກນຳໂຊກ1
ຄົນເກີດວັນພຸດ:ການງານເຮັດທຸລະກິດໃດໆ ກໍຈະເກີດຄວາມຈະເລີນຮຸ່ງເຮືອງ ແລະ ຄວາມກ້າວໜ້າເປັນຢ່າງດີ ການເງິນຫາເຂົ້າມາໄດ້ຫຼາຍກໍໃຊ້ຈ່າຍອອກໄປຫຼາຍ ແຕ່ກໍສາມາດໝຸນຫາໃຫ້ຜ່ານພົ້ນໄປໄດ້ ຄວາມຮັກຫາກບໍ່ໃຈຮ້ອນເກີນໄປ ຄວາມສຳພັນກັບຄົນຮັກກໍຈະລົງຕົວຫຼາຍຂຶ້ນໃນໄລຍະນີ້ ເຄື່ອງມຸງຄຸນຕ່າງຫູ ສີມຸງຄຸນສີມ່ວງ ເລກນຳໂຊກ9
ຄົນເກີດວັນພະຫັດ:ການງານເດີນທາງຕິດຕໍ່ງານໃນໄລຍະນີ້ ວຽກງານຫຼາຍເປັນພິເສດ ລະວັງຄວາມຜິດພາດຈາກຄວາມໃຈຮ້ອນ ການເງິນມີເລື່ອງທີ່ຕ້ອງໃຊ້ອອກໄປຕະຫຼອດ ໄລຍະນີ້ໃຊ້ເງິນຫຼາຍເປັນພິເສດ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ເລີຍ ຄວາມຮັກໄລຍະທາງຍັງເປັນອຸປະສັກຕໍ່ຄວາມສຳພັນ ໃນໄລຍະນີ້ຈຶ່ງຕ້ອງແບ່ງເວລາໃຫ້ກັນຫຼາຍຂຶ້ນ
ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ6
ຄົນເກີດວັນສຸກ:ການງານບໍລິວານທີ່ດີຈະຄອຍຖ້າຊ່ວຍເຫຼືອດ້ານການງານ ການເຮັດວຽກງານຮ່ວມກັນເປັນທີມສາມາດສ້າງຜົນງານຮ່ວມກັນໄດ້ດີ ການເງິນຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນໄລຍະນີ້ ຈະສັງເກດໄດ້ວ່າການເງິນດີຂຶ້ນຫຼາຍໆ ຄວາມຮັກໄລຍະນີ້ເປັນການທົບທວນເລື່ອງທີ່ຜ່ານມາໃນອະດີດ ຫຼາຍກວ່າທີ່ຈະເລືອກໃຜເຂົ້າມາໃນຊີວິດ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີຟ້າ ເລກນຳໂຊກ5
ຄົນເກີດວັນເສົາ:ການງານຈະພົບຄວາມກ້າວໜ້າໃນການສຶກສາສາຍອາຊີບ ຫຼື ທຸລະກິດຮູບແບບໃໝ່ຊຶ່ງກໍ່ໃຫ້ເກີດຜົນແຫ່ງຄວາມສຳເລັດດີຂຶ້ນເປັນຢ່າງຫຼາຍ ການເງິນ ວາງແຜນການໃຊ້ຈ່າຍດ້ານການເງິນແບບປະຢັດໄວ້ກ່ອນຈະດີທີ່ສຸດໃນໄລຍະນີ້ ຄວາມຮັກໃນໄລຍະນີ້ລະວັງຄວາມໃຈຮ້ອນ ປະຄັບປະຄອງຄວາມສຳພັນໃຫ້ດີດ້ວຍການໃຊ້ເຫດຜົນຕໍ່ກັນຈະດີກວ່າ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ8