ໝຸ່ມລາວ ຂົ່ມຂືນອະດີດເມຍພ້ອມທຳຮ້າຍຮ່າງກາຍ ຕໍ່ມາຂົ່ມຂືນເດັກຍິງ ສຸດທ້າຍຢ້ານຄວາມຜິດເລີຍຜູກຄໍຕົນເອງເສຍຊີວິດທີ່ປະເທດໄທ

    0
    70

    ໃນວັນທີ 6 ມີນາ 2023 ຜ່ານມາ ເວລາປະມານ 17:15 ໂມງ, ເຈົ້າໜ້າທີ່ໄທ ໄດ້ຮັບແຈ້ງເຫດຈາກສູນວິທະຍຸກະຈາຍສຽງ ເສົາທົງວ່າ: ມີຜູ້ຊາຍຜູກຄໍເສຍຊີວິດ ທີ່ຖະໜົນ ໄທປະກັນໄພ 40, ເຮືອນ ເລກທີ 844/1, ບ້ານ ເລກທີ 15, ບ້ານເສົາທົງ, ເມືອງ ບາງເສົາທົງ, ແຂວງສະມຸດປາການ ປະເທດໄທ.

    ຈາກການລົງກວດສອບເຈົ້າໜ້າທີ່ ພົບເຫັນຜູ້ເສຍຊີວິດ 1 ຄົນເປັນເພດຊາຍ ສັນຊາດລາວ ອາຍຸປະມານ 48 ປີ ໄດ້ຜູ້ຄໍຕົນເອງຈົນເສຍບຊີວິດ, ເຈົ້າໜ້າທີ່ຍັງເລົ່າຕື່ມວ່າ: ຊາຍຊາວລາວອາຍຸ 48 ປີໄດ້ເລີກກັບເມຍຊາວລາວເມື່ອສອງອາທິດກ່ອນ, ແຕ່ມື້ວານນີ້ ໄດ້ກັບມາຫາອະດີດເມຍ ຈຶ່ງໄດ້ຂົ່ມຂືນ ແລະ ທຳຮ້າຍ ພາຍຫຼັງ​ເກີດ​ເຫດ, ລາວ​ໄດ້​ໜີ​ໄປ​ຢູ່​ຫ້ອງ​ໝູ່ ທີ່ຖະໜົນ ໄທປະກັນໄພ 40, ແລ້ວຍັງກັບມາກໍ່ເຫດ ຂົ່ມຂືນເດັກຍິງ ມຽນມາ ອາຍຸ 12 ປີ ທີ່ອາໄສຢູ່ຂ້າງຫ້ອງໝູ່ອີກ ສຸດທ້າຍຢ້ານຄວາມຜິດ ເລີຍໃຊ້ເຊືອກຜູກຄໍເສຍຊີວິດເພື່ອປິດຕົວເອງ ເມື່ອຕອນແລງຂອງວັນທີ 6 ມີນາ 2023 ທີ່ຜ່ານມາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.