ຕຳຫລວດກວດຄົນເຂົ້າເມືອງ ມຸກດາຫານ ປະເທດໄທ ໄດ້ກວດຈັບແຮງງານລາວ ເຂົ້າເມືອງຜິດກົດໝາຍ 5 ຄົນ

    0
    53

    ແຮງງານລາວຖືກຈັບ ຍ້ອນອາໄສຢູ່ໄທແບບຜິດກົດໝາຍ ຫລື ຢູ່ເກີນກຳນົດເວລາ 2.689 ວັນ

    ວັນທີ 7 ມີນາ 2023 ຜ່ານມານີ ດ່ານຕຳຫລວດກວດຄົນເຂົ້າເມືອງ ມຸກດາຫານ ປະເທດໄທ ໄດ້ກວດຈັບແຮງງານ ເຂົ້າເມືອງຜິດກົດໝາຍ 5 ຄົນ ເຊິ່ງທັງໝົດຖືພາສປອດທີ່ສາມາດຢູ່ໄທໄດ້ 30 ມື້ ແຕ່ເອົາໂຕຫລົບໜີບໍ່ມາລາຍງານໂຕຈົນຮອດຢູ່ເກີນເຖິງ 2.689 ວັນ

    ການກະທຳດັ່ງກ່າວ ເປັນຄວາມຜິດຂໍ້ຫາ “ເປັນຄົນຕ່າງດ້າວ ອາໄສຢູ່ໃນຣາຊະອານາຈັກໄທໂດຍການອະນຸຍາດສິ້ນສຸດ ຫລື ໝົດອາຍຸອາອາໄສຢູ່ປະເທດໄທ” ຕາມຣາຊະບັນຍັດ ຈຶ່ງໄດ້ທຳການຈັບກຸມ ພ້ອມບັນທຶກ ແລະ ນຳຕົວຜູ້ຕ້ອງຫາທັງ 5 ຄົນ ສົ່ງໃຫ້ພະນັກງານສອບສວນ ເມືອງມຸກດາຫານ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

    ສ່ວນຂໍ້ມູນກ່ຽວກັບຕົວຕົນບຸກຄົນ ແມ່ນບໍ່ໄດ້ມີການລາຍງານ ເຊິ່ງອາຈະມີການປະສານງານເຖິງເຈົ້າໜ້າທີ່ທາງການລາວໂດຍກົງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.