ກາຍເປັນກະແສ ເມື່ອຮ້ານຊີ້ນຈຸ່ມໃຊ້ບາດຂອງພະ ເຮັດເປັນໝໍ້ຊີ້ນຈຸ່ມ ຈົນຫຼາຍຄົນຄຳນຶງເຖິງເລື່ອງຄວາມເໝາະສົມ

    0
    117

    ກາຍເປັນກະແສ ເມື່ອຮ້ານຊີ້ນຈຸ່ມໃຊ້ບາດຂອງພະ ເຮັດເປັນໝໍ້ຊີ້ນຈຸ່ມ ຈົນຫຼາຍຄົນຄຳນຶງເຖິງເລື່ອງຄວາມເໝາະສົມ ຮ້ານຊີ້ນຈຸ່ມແຫ່ງໜຶ່ງໃນປະເທດໄທໃຊ້ບາດຂອງພະ ເຮັດເປັນໝໍ້ຊີ້ນຈຸ່ມ ຈົນຫຼາຍຄົນຄຳນຶງເຖິງເລື່ອງເໝາະສົມ ແລະ ສຸຂະອະນາໄມ ສຳລັບພາສະນະທີ່ໃສ່ອາຫານ.ໃນວັນທີ 8 ມີນາ 2023 ທາງດ້ານເຈົ້າຂອງຮ້ານໄດ້ອອກມາເວົ້າວ່າ:

    ມັນເໝາະສົມຫຼື ບໍ່ ທີ່ເອົາບາດຂອງພະ ເຮັດເປັນໝໍ້ຊີ້ນຈຸ່ມ ຕົນເບິ່ງວ່າ ເໝາະສົມ ຫຼື ບໍ່ເໝາະສົມ ກໍແລ້ວແຕ່ຄົນຈະຄິດ ສາສະໜາພຸດກໍກ່າວໄວ້ແລ້ວວ່າບໍ່ຄວນຍຶດຕິດ

    ເຮົາຄວນເບິ່ງວ່າຖ້າມັນໃຊ້ໄດ້ຄວນເອົາມາໃຊ້ ມັນຮູ້ສຶກແປກໃໝ່ ແລະ ເປັນຈຸດເດັ່ນຂອງຮ້ານ ແລະ ນີ້ເປັນພາສະນະໃໝ່ທີ່ຊື້ມາ ບໍ່ໄດ້ເອົາມາຈາກວັດ.ສ່ວນບາດທີ່ນຳມາໃຊ້ໃນຮ້ານຈະເປັນແບບທີ່ຖືກຄວາມຮ້ອນໄດ້ ແລະ ລູກຄ້າກໍສາມາດເລືອກໄດ້ວ່າຈະເອົາເປັນເຕົາຊີ້ນດາດ ຫຼື ເປັນໝໍ້ແບບນີ້.

    ແຫຼ່ງຂ່າວ CH3

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.