ເຈົ້າໜ້າທີ່ ປະກາດຫາຍາດພີ່ນ້ອງ ມາພົວພັນຊາກສົບຄົນແຂວນຄໍເສຍຊີວິດ

    0
    175

    ວັນທີ 10 ມີນາ 2023 ໃນເວລາ 14:00 ໂມງ ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງທາງໂທລະສັບຈາກ ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ວ່າ: ມີຄົນແຂວນຄໍເສຍຊີວິດ ທີ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຫຼັງຈາກ

    ເຈົ້າໜ້າທີ່ລົງກວດກາສະຖານທີ່ເກີດເຫດຕົວຈິງ ພົບເຫັນ ທ້າວ ທິດ ບໍ່ຊາບທີ່ຢູ່ ລວງສູງ 1.60 ຊັງຕີແມັດ ຢູ່ດິນເປົ່າຫວ່າງ ເຂດບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພົບເຫັນຮ່ອງຮອຍ ຂອງເຊືອກຂະໜາດ 4 ຊັງຕີເເມັດ ອ້ອມຮອບຄໍ ເຊິ່ງສາເຫດການເສຍຊີວິດຍ້ອນຂາດອາກາດຫາຍໃຈ; ສ່ວນຊາກຊົບ ແມ່ນຝາກໄວ້ມູນນິທິຈີນ ລໍຖ້າຍາດພີ່ນ້ອງມາພົວພັນ ຫຼື ສາມາດພົວພັນໄດ້ທີ່ເບີ 02054522588.

    ຜ່ານການເອົາຄໍາໃຫ້ການ ນາງ ປານຕາວັນ ອາຍຸ 40 ປີ, ອາຊີບ ຄ້າຂາຍ ພັກເຊົາຢູ່ ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນໄລຍະເດືອນທັນວາ ປີ 2022 ຕົນ ເເລະ ທ້າວ ກົງແກ້ວ (ຜູ້ເປັນຜົວ) ອາຍຸ 40 ປີ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມາເຮັດວຽກເປັນ

    ກຳມະກອນ ຕາກແກ່ນຫຍ້າພັນລູຊີ ຢູ່ບໍລິເວນເຂດດິນເປົ່າຫວ່າງ ຕິດກັບທາງໃຫຍ່ ເຂດບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຕົນບໍ່ຮູ້ວ່າດິນຕອນດັ່ງກ່າວແມ່ນຂອງໃຜ ຕົນພຽງແຕ່ມາອາໄສຂໍ້ຕາກແກ່ນຫຍ້າຢູ່ບໍລິເວນດັ່ງກ່າວ.

    ຕົກມາຮອດເດືອນມັງກອນ ປີ 2023 ໄດ້ມີ ທ້າວ ທິດ ( ຜູ້ເສຍຊີວິດ ) ອາຍຸປະມານ 43 ປີ ບໍ່ຊາບທີ່ຢູ່ ຍ່າງມາຕາມທາງ ພໍມາຮອດບ່ອນທີ່ຕົນ ກັບ ຜົວ ເຮັດວຽກ ຜູ້ກ່ຽວແມ່ນໄດ້ມາຂໍເຮັດວຽກນຳ ເນື່ອງຈາກວ່າ ຜູ້ກ່ຽວບໍ່ມີບ່ອນໄປ ຍ້ອນຄວາມອີ່ຕົນ, ຜູ້ກ່ຽວ ເຮັດວຽກນຳໂດຍໃຫ້ເງິນເປັນມື້ ມື້ລະ 60.000 ກີບ, ສ່ວນບ່ອນເຮັດວຽກດັ່ງ

    ກ່າວ ເເມ່ນມີແຕ່ທ້າວ ທິດ ( ຜູ້ເສຍຊີວິດ ) ນອນຄົນດຽວຢູ່ໃນຕູບ.ຕົກມາຮອດເດືອນມັງກອນ ປີ 2023 ໄດ້ມີ ທ້າວ ທິດ ( ຜູ້ເສຍຊີວິດ ) ອາຍຸປະມານ 43 ປີ ບໍ່

    ຊາບທີ່ຢູ່ ຍ່າງມາຕາມທາງ ພໍມາຮອດບ່ອນທີ່ຕົນ ກັບ ຜົວ ເຮັດວຽກ ຜູ້ກ່ຽວແມ່ນໄດ້ມາຂໍເຮັດວຽກນຳ ເນື່ອງຈາກວ່າ ຜູ້ກ່ຽວບໍ່ມີບ່ອນໄປ ຍ້ອນຄວາມອີ່ຕົນ, ຜູ້ກ່ຽວ ເຮັດວຽກນຳໂດຍໃຫ້ເງິນເປັນມື້ ມື້ລະ 60.000 ກີບ, ສ່ວນບ່ອນເຮັດວຽກດັ່ງກ່າວ ເເມ່ນມີແຕ່ທ້າວ ທິດ ( ຜູ້ເສຍຊີວິດ ) ນອນຄົນດຽວຢູ່ໃນຕູບ.

    ແຫຼ່ງຂ່າວ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.