ທີມບານເຕະຄົນພິການລາວ ຮ່ວມຊີງໄຊລາຍການລະດັບອາຊີ ທີ່ປະເທດໄທ ນັດທໍາອິດພົບ ອິນເດຍ

    0
    55

    ຮ່ວມເປັນກໍາລັງໃຈເຊຍ ທີມບານເຕະຄົນພິການລາວ ເຂົ້າຮ່ວມການແຂ່ງຂັນໃນລາຍການໃຫຍ່ລາຍການ Asia & Pacific Invitational Blind Football Tournament 2023 ທີ່ສະໜາມ Aimphan Sport ທີ່ປະເທດໄທ ລະຫວ່າງວັນທີ 13-19 ມີນາ 2023 ຂະນະທີ່ ທ່ານ ນາງ ພິຈິຕາ ປະດາວົງ ຫຼື ມາດ້າມ ຮອງປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດ ມອບເງິນ 40 ລ້ານກີບ ເປັນຂວັນກຳລັງໃຈຊຸກຍູ້ໃຫ້ທັບນັກກິລາຄົນພິການທີມຊາດລາວ ຍົກສູງຈິດໃຈຊາດຮ່ວມຍາດແຍ່ງເອົາໄຊຊະນະ.

    ສໍາລັບ ລາຍການດັ່ງກ່າວມີ 4 ປະເທດເຂົ້າຮ່ວມແຂ່ງຂັນຄື: ໄທ ເຈົ້າພາບ, ອິນເດຍ ຄາຊັກສະຖານ ແລະ ລາວ ແຂ່ງຂັນແບບພົບກັນໝົດ ເພື່ອຄັດເອົານທີ 1 ກັບ ທີ 2 ໄປຊີງຊະນະເລີດ, ສ່ວນ ທີ 3 ກັບ ທີ 4 ໄປຊີງອັນດັບ 3 ໂດຍການແຂ່ງຂັນຈະເລີ່ມຂຶ້ນໃນວັນທີ 15 ມີນາ 2023 ເປັນມື້ທໍາອິດຂອງການແຂ່ງຂັນ ເຊິ່ງຕາຕະລາງແຂ່ງຂັນມີດັ່ງນີ້:

    ວັນທີ 15 ມີນາ 2023: ເວລາ 17:30 ໂມງ ໄທ ພົບ ຄາຊັກສະຖານ ເວລາ 19:30 ໂມງ ອິນເດຍ ພົບ ລາວ , ວັນທີ 16 ມີນາ 2023: ເວລາ 16:00 ໂມງ ລາວ ພົບ ຄາຊັກສະຖານ ເວລາ 18:00 ໂມງ ໄທ ພົບ ອິນເດຍ

    ວັນທີ 17 ມີນາ 2023: ເວລາ 16:00 ໂມງ ອິນເດຍ ພົບ ຄາຊັກສະຖານ ເວລາ 18:00 ໂມງ ລາວ ພົບ ໄທ , ວັນທີ 18 ມີນາ 2023: ເວລາ 8:00 ໂມງ ນັດຊີງອັນດັບ 3 ເວລາ 16:30 ໂມງ ນັດຊີງຊະນະເລີດ

    ສໍາລັບ ທັບນັກກີລາຄົນພິການລາວ ໄດ້ເດີນທາງໄປປະເທດໄທ ຕັ້ງແຕ່ວັນທີ 11 ມີນາ 2023 ນໍາໂດຍ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການ ນະຄອນຫຼວງວຽງຈັນ ທັງເປັນຜູ້ບໍລິຫານງານສະໜາມບານເຕະ ເຟີຣາຣີ ພ້ອມດ້ວຍຄະນະ, ຄູຝຶກ ແລະ ນັກກີລາ ເດີນທາງໄປຄັ້ງນີ້ 10 ກວ່າທ່ານ.
    ຂ່າວ: Larh Creators

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.