ຂໍໃຫ້ທຸກຄົນມີສະຕິລະວັງຕົວ ເວລາ 1 ເດືອນທີຜ່ານມາໂຈນງັດເຮືອນມາແລ້ວປະມານ 3-4 ຫລັງ

    0
    388

    ເຕືອນໄພ: ໂຈນໄດ້ງັດເຂົ້າເຮືອນຂອງຂ້າພະເຈົ້າ ໃນວັນທີ8ເດືອນ3 ເວລາປະມານ 11ໂມງສວຍຫາ5ໂມງແລງຢູ່ບ້ານດຸງເມືອງໄຊເສດຖາ ຫນ້າຈະໃຊ້ເວລາບໍ່ດົນໃນການຄົ້ນເຮືອນ ເປີດທຸກຕູ້,ລີ້ນຊັກທຸກອັນ ເອົາທຸກຢ່າງທີມີຄ່າ ລວມທັງເຫລົ້າແລະຢາສູບ ຄືໃນ1ເດືອນທີຜ່ານມາແຖວເຂດດິນຈັດສັນ ແມ່ນມີໂຈນງັດເຮືອນມາແລ້ວປະມານ3-4ຫລັງ

    ເຊິງທຸກຫລັງແມ່ນງັດກາງເວັນອາໃສຕອນເຈົ້າຂອງເຮືອນອອກໄປວຽກ ມີກັນຂະໂມຍກະງັດແບບງ່າຍດາຍ ຕູ້ເສບກໍ່ຍົກໄປໄດ້ ມີເຄືອງມືຄົບຊຸດ ເສຍຊັບສິນທັງຫນ່ອຍແລະຫລາຍ ແບບທີເຈົ້າຫນ້າທີຍັງຈັບບໍ່ໄດ້ເລືຍ

    (ຕາມການບອກເລົ່າຂອງເພືອນບ້ານແມ່ນ ເຫັນຜູ້ຊາຍສອງຄົນຂີ່ລົດຈັກໃສ່ຊຸດຄືກັບພ/ງໄຟຟ້າ ເລາະໄປເລາະມາຫລາຍຮອບແລ້ວມາຈອດຢູ່ຫລັງບ້ານຂ້ອຍລາວກໍ່ບໍ່ໄດ້ເອະໄຈ

    ຄິດວ່າດິນຫວ່າງເຂົາຈະເອົາໄຟຟ້າເຂົ້າເຮືອນຫລືເຂົາມາເລາະຈົດກົງເຕີ.ຈົນກະທັ່ງເຄືອງຂ້ອຍເສຍລາວຈັງຄິດອອກວ່າພ/ງໄຟຟ້າມາຈົດກົງເຕີໄປແລ້ວແຕ່ຕົ້ນເດືອນ.)

    ຂໍໃຫ້ທຸກຄົນມີສະຕິລະວັງຕົວນຳກັນໂດຍສະເພາະແມ່ນດິນຈັດສັນເພາະມີພົນລະເມືອງຍ້າຍມາຢູ່ໃຫ່ມສ່ວນຫລາຍບໍ່ທັນຂື້ນສຳມະໂນຄົວແລະບໍ່ມີໃບພັກເຊົາ

    ສິ່ງທີຂ້ອຍເສຍໃຈທີສຸດໃນເຫດການງັດເຮືອນຂ້ອຍຄັ້ງນີ້ແມ່ນເຈົ້າຫນ້າທີບໍ່ໄດ້ຮັບການຊ່ວຍເຫລືອເທົ່າທີຄວນ ຂ້ອຍໂທຫາຕັ້ງແຕ່5ໂມງເຄິງປກສກຸ່ມມາຕອນປະມານ8ໂມງແລງ

    ໂດຍໃຫ້ຄຳຕອບວ່າມື້ພັກບໍ່ມີໃຜຢູ ທີມາໃວມີແຕ່ຮອງນາຍບ້ານ ຖ້າສົມມຸດເຫັນຄົນຮ້າຍແລ້ວມີການຕໍ່ສູ້ກັນເກີດຂື້ນບໍ່ຢາກຄິດສະພາບເພາະເຮືອນມີຜູ້ເຖົ້າກັບເດັກນ້ອຍຄືສິຕາຍຖີ້ມລ້າໆ ໂຈນຫນີໄປຮອດໃສແລ້ວກໍ່ບໍ່ຮູ້.

    ຂໍຝາກນຳຫມູ່ຄູ່ທາງເຟດບຸກແດ່ ຖ້າໃຜພົບເຫັນມີຄົນໄປຂາຍສາຍແອວເງິນ ໃຫ້ເບາະແສສິມີລາງວັນໃຫ້ ສາຍແອວຂອງແມ່ຂ້ອຍທີໂຈນລັກໄປ ມູນຄ່າອາດຈະບໍ່ສູງແຕ່ມີຄ່າທາງຈິດໃຈຂອງລາວ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.