ປກສ ເມືອງຕົ້ນເຜິ້ງ ກວດກາພົບຮ້ານບັນເທີງທີ່ເປີດບໍລິການເກີນໂມງ ແລະ ມີກຸ່ມມົ້ວສຸມສິ່ງເສບຕິດ 198 ຄົນ ພ້ອມທັງນຳມາສຶກສາອົບຮົມ

    0
    149

    ແຫລ່ງຂ່າວ ແຂວງບໍ່ແກ້ວ ລາຍງານວ່າ: ເວລາ 02:10 ໂມງ ຂອງວັນທີ 11 ມີນາ 2023, ເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ສົມທົບກັບ ປກສ ກຸ່ມບ້ານ ສີບຸນເຮືອງ ແລະ ປກສ ບໍລິການປະຊາຊົນ ໜ່ວຍງານແກ້ໄຂປະກົດການຫຍໍ້ທໍ້ກຸ່ມ ຕົ້ນເຜິ້ງ ລົງກວດກາຮ້ານບັນເທີງ ຢູ່ເຂດບ້ານ ພຽງງາມ ເມືອງ ຕົ້ນເຜິ້ງ. ຜ່ານ

    ການກວດກາພົບເຫັນຜູ້ມາໃຊ້ບໍລິການຫລິ້ນເກີນໂມງ ແລະ ມົ້ວສຸມສິ່ງເສບຕິດ 198 ຄົນ, ຍິງ 87 ຄົນ, ໃນນັ້ນຄົນໄທ 1 ຄົນ ແລະ ຄົນຈີນ 29 ຄົນ.

    ຜ່ານການກວດກາຫາສານເສບຕິດພົບຜູ້ມີສານເສບຕິດຢູ່ໃນຮ່າງກາຍ 92 ຄົນ, ຍິງ 41 ຄົນ, ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງສຶບຕໍ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງ

    ຕິດຕາມກວດກາແກ້ໄຂບັນດາຮ້ານບັນເທີງທີ່ບໍ່ປະຕິບັດຕາມບົດບັນທຶກຂໍ້ຫ້າມຕ່າງໆ ໃນຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານຄາລະໂອເກະ ທີ່ເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ, ຫ້ອງການກ່ຽວຂ້ອງ ແລະ ຜູ້ປະກອບໄດ້ສ້າງ ແລະ ເຊັນຮັບຮູ້ຮ່ວມກັນ ໃນຄັ້ງວັນທີ 2 ມີນາ 2023.

    ຕົກຮອດວັນທີ 13 ມີນາ 2023, ທາງເຈົ້າໜ້າທີ່ ປກສ ເມືອງ ຕົ້ນເຜິ້ງ ຈຶ່ງໄດ້ສົມທົບກັບຫ້ອງການ ຖວທ, ສະຫະພັນແມ່ຍິງ ແລະ ຊາວໜຸ່ມເມືອງ ສຶກສາອົບຮົມກ່າວເຕືອນພາກສ່ວນທີ່ມົ້ວສຸມສິ່ງເສບຕິດເພື່ອໃຫ້ເຂົາເຈົ້າຮັບຮູ້ ເຂົ້າໃຈຕໍ່ຜົນຮ້າຍຂອງສິ່ງເສບຕິດປະເພດຕ່າງໆ ພ້ອມທັງເນັ້ນເຖິງການຮັກສາຮີດຄອງປະເພນີອັນດີງາມຂອງຊາດ,

    ຕ້ານການຫລິ້ນກິນຟຸມເຟືອຍ, ການມົ້ວສຸມສິ່ງເສບຕິດ ແລະ ສ້າງບົດບັນທຶກຂໍ້ຜູກມັດຕໍ່ກັບພວກກ່ຽວພົວພັນກັບບັນຫາສິ່ງເສບຕິດ ຄື: ໃຫ້ຕັ້ງໜ້າປະກອບສ່ວນ, ສິດ ແລະ ພັນທະຂອງຕົນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່ ໃນການຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່

    ດີ; ຫ້າມບໍ່ໃຫ້ຫຍຸ້ງກ່ຽວພົວພັນເຮັດສິ່ງທີ່ແຕະຕ້ອງ ຫລື ສິ່ງທີຂັດຕໍ່ລະບຽບກົດໝາຍຢ່າງເດັດຂາດ; ຫ້າມບໍ່ໃຫ້ຫຍຸ້ງກ່ຽວພົວພັນກັບບັນຫາສິ່ງເສບຕິດທຸກປະເພດເປັນຕົ້ນແມ່ນການຊື້, ຂາຍ, ເສບ,ນໍາເຂົ້າ, ສົ່ງອອກ ຫລື ອໍານວຍຄວາມສະດວກໃຫ້ບຸກຄົນອື່ນຢ່າງເດັດຂາດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.