ເປັນອຸທາຫອນ ເກີດອຸບັດຕິດເຫດຢຸດລົດໄຫຼດ້ວຍຕົວເອງ ແຕ່ບໍ່ຄາດຄິດລົດຂັບມາຕຳຕົນເອງເສຍຊີວິດ

    0
    64

    ເປັນເລື້ອງລາວທີ່ເສົ້າສະລົດໃຈ ແລະ ເປັນອຸທາຫອນໃຫ້ໃຜຫຼາຍໆຄົນ ເພາະບາງທີສິ່ງທີ່ເຮົາບໍ່ຄາດຄິດ ແລະ ຄິດວ່າບໍ່ເປັນຫັຍງດ໋ອກ ຫຼື ເຮັດອີ່ຫັຍງທັນທີໂດຍບໍ່ໄດ້ຕັ້ງສະຕິຄິດທີ່ຖ້ວນ ວ່າມັນຈະເຮັດໃຫ້ເກີດອັນຕະລາຍກັບຊີວິດເຮົາໄດ້ ວ່າເລື້ອງບາງເລື້ອງເຮົາກໍ່ບໍ່ຄວນປະໝາດ ເພາະເຂົ້າໃຈວ່າບໍ່ມີໃຜຢາກເກີດເຫດການແບບນີ້ຂື້ນ ແຕ່ເມື່ອມັນເປັນແບບນີ້ແລ້ວກໍ່ຢາກໃຫ້ຖືເອົາເປັນບົດຮຽນ

    ແລະລ່າສຸດ ອີງຕາມການລາຍງານຂອງ ກູ້ໄພມູນນິທິຈີນ1628 ໃຫ້ຮູ້ວ່າ, ໃນເວລາ ປະມານ 10:30 ຂອງວັນທີ 15/03/2023 ເກີດອຸບັດຕິເຫດຕຳເສຍຊີວິດ ທີ່ບ້ານດົງປ່າແຫລບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ອຸບັດຕິເຫດຄັ້ງນີ້ເກີດຂຶ້ນຍ້ອນ ຜູ້ເຄາະຮ້າຍລືມດຶງແບກມື ເຮັດໃຫ້ລົດໄຫລ ຖອຍລົງມາ ແລ້ວຈຶ່ງແລນມາເບກລົດດ້ວຍໂຕເອງ ເຮັດໃຫ້ລົດທີ່ແລນມານຳຫຼັງຕຳເອົາ ແລະ ເສຍຊີວິດໃນເວລາຕໍ່ມາ.ສະນັ້ນຈຶ່ງຝາກເຕືອນໃຫ້ພໍ່ແມ່ປະຊາຊົນ ມີສະຕິໃນການຂັບຂີ່ ແລະ ລະມັດລະວັງກັນຂຶ້ນຕື່ມ.ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດດ້ວຍ.


    ເປັນອຸທາຫອນ ເກີດອຸບັດຕິດເຫດຢຸດລົດໄຫຼດ້ວຍຕົວເອງ ແຕ່ບໍ່ຄາດຄິດລົດຂັບມາຕຳຕົນເອງເສຍຊີວິດ


    ເປັນອຸທາຫອນ ເກີດອຸບັດຕິດເຫດຢຸດລົດໄຫຼດ້ວຍຕົວເອງ ແຕ່ບໍ່ຄາດຄິດລົດຂັບມາຕຳຕົນເອງເສຍຊີວິດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.