ປກສ ແຂວງຫຼວງພະບາງ ອອກແຈ້ງການ ເອົາເອກະສານລົດມາຢັ້ງຢືນ ລົດຈັກເສຍຫາຍ

    0
    48

    ປກສ ແຂວງຫຼວງພະບາງ ອອກແຈ້ງການກ່ຽວກັບການແຈ້ງໃຫ້ ກົມກອງ,ບຸກຄົນທີ່ມີລົດຈັກເສຍຫາຍ ເອົາເອກະສານລົດມາຢັ້ງຢືນໂດຍມີເນື້ອຫາດັ່ງນີ້:

    ເຖີງ : ພະນັກງານ,ທະຫານ,ຕໍາຫຼວດ,ອໍານາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ບັນດາເຜົ່າ ໃນ ທົ່ວເມືອງປາກອູ ແລະ 11ເມືອງທົ່ວແຂວງຫຼວງພະບາງ ແລະ ຕ່າງແຂວງ ຊາບ

    ເລື່ອງ : ແຈ້ງໃຫ້ກົມກອງ,ບຸກຄົນທີ່ມີລົດຈັກເສຍຫາຍ ເອົາເອກະສານລົດມາຢັ້ງຢືນກອງບັນຊາການ ປກສ ເມືອງປາກອູ ຈຶ່ງແຈ້ງການເຖີງບັນດາທ່ານຊາບວ່າ : ໃນຄັ້ງວັນທີ່ 17/2/2023 ທາງເຈົ້າຫນ້າທີ່ ປກສ ເມືອງປາກອູໄດ້ກວດກາພົບເຫັນລົດຈັກຈໍານວນ 6ຄັນ ຊຸກເຊຶ່ອງ,ປະຖິ້ມໄວ້ຢູ່ຕາມຕູບໂຮງສີ ແຄມບ້ານຂອບເຂດບ້ານຫ້ວຍໂອດ

    ເມືອງປາກອູ ແຂວງຫຼວງພະບາງ ແລະ ຢູ່ຂອບເຂດແຄມບ້ານໂພນໂຮມ ເມືອງປາກ ອູ ແຂວງຫຼວງພະບາງ.ປະຈຸບັນໄດ້ເກັບກູ້ມາໄວ້ຢູ່ກອງບັນຊາການ ປກສ ເມືອງປາກອູ ເຊິ່ງມີລາຍລະອຽດຄື:

    1. ລົດຈັກ ຍີ່ຫໍ້ HONDA Wave 100 ສີແດງ – ດໍາ ປ້າຍທະບຽນ ຈຍ ຫຼວງພະບາງ 8154 , 2. ລົດຈັກ ຍີ່ຫໍ້ HONDA wave 100 ສີຟ້າ – ດໍາ ປ້າຍທະບຽນ ຈສ ຫຼວງພະບາງ 5680 

    3. ລົດຈັກ ຍີ່ຫໍ້ HONDA wave 100 ສີແດງ – ດໍາ ບໍ່ມີປ້າຍທະບຽນ , 4. ລົດຈັກ ຍີ່ຫໍ້ HONDA wave 100 ສີແດງ ປ້າຍທະບຽນ ຈຂ ອຸດົມໄຊ 4300 

    5. ລົດຈັກ ຍີ່ຫໍ້ HONDA wave 100 ສີຂຽວ ບໍ່ມີປ້າຍທະບຽນຖ້າແມ່ນລົດທ່ານໃດເສຍຫາຍໃຫ້ນໍາເອົາເອກະສານມາຢັ້ງຢືນເອົານໍາກອງບັນຊາການ ປກສ ເມືອງປາກອູແຂວງ

    ຫຼວງພະບາງ ໃນໂມງລັດຖະການ ກໍານົດ 60ວັນ,ນັບຕັ້ງແຕ່ວັນທີ່ 14/3/2023 ຫາ 14/5/2023 ຖ້າກາຍກໍານົດ ເວລາຂ້າງເທີງຖືວ່າສະລະສິດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.