ທຸກມື້ນີ້ຈະເປັນແນງໃດກໍ່ມີ ສິເຈິຫັຍງກໍ່ບໍ່ຮູ້ ຕອນກາງເວັນບໍ່ເທົ່າໃດດ່ອກ ສ່ວນຫຼສຍແມ່ນຕອນກ່ງຄືນແຮງໄປບ່ອນມຶດ ຫຼື ລັບຕາຄົນແຮງເປັນເປົ້າສາຍຕາບໍ່ມີໃຜຢາກໃຫ້ເກີດ ແຕ່ເຮົາເອງກໍ່ຕ້ອງມີສະຕິລະວັງຕົວໃຫ້ຫຼາຍຂຶ້ນ ເພາະທຸກມື້ນີ້ເຫັນຄົນແປກໜ້າບໍ່ຮູ້ວ່າຈະເປັນຄົນດີບໍ່ ເຮົາບໍ່ມີທາງຮູ້ ລະວັງຕົວມີສະຕິຕື່ມ ເພາະເປັນຫັຍງມາມັນຍາກ ບໍ່ເປັນຫັຍງກໍ່ດີໄປ ຖ້າບໍ່ໂຊກດີກໍ່ອາດເຖິງແກ່ຊີວິດກໍ່ເປັນໄປໄດ້ ແລະລ່າສຸດ
ອີງຕາມຜູ້ໃຊ້ເຟສບຸກຊື່ Noy Kerry Lpb ໄດ້ໂພສໃນເວລາປະມານ 00:24 ນາທີ ຂອງວັນທີ 16 ມີນາ 2023 ກ່ຽວກັບເຫດການທີ່ນ້ອງຊາຍຂອງຕົນເອງຖືກປຸ້ນເອົາໂທລະສັບ ຊ້ຳຕື່ມໂຈນຍັງໃຊ້ງ້າວຟັນ ຢູ່ເສັ້ນທາງແຖວຫໍຄຳຫໍພະແກ້ວ ເຂດບ້ານສີສະເກດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
“ນ້ອງຊາຍຂ້ອຍເລີກວຽກມາຕອນເດິກປະມາ 10 ໂມງແຖວຫໍຄຳຫໍພະແກ້ວມີໂຈນປຸ້ນນເອົາທລສ ສຳບໍນຳເອົາງ້າວໄລ່ຟັນຖືກ 4 ຈຸດເກືອບເອົາຊີວິດບໍ່ລອດ😭ລະມັດລະວັງແດ່ເດີ້ພີ່ນ້ອງ..ນ້ອງຊາຍໂທມາຈົນຕົກໃຈດີແຕ່ບໍ່ເປັນຫຍັງຫລາຍເຊົາໄວໆເດີ້ເປັນບົດຮຽນຄັ້ງຍີງໃຫຍ່ລອບນີ້ໃຫ້ມີສະຕິຫລາຍຂື້ນເດີ້ບາດນີ້ອີ່ຕົນເດ່😭😭”