ວັນທີ 13 ມີນາ 203 ຜ່ານມານີ້ ພາສີປະຈໍາແຂວງສະຫວັນນະເຂດ ອອກແຈ້ງການເຖິງ ບຸກຄົນ ແລະນິຕິບຸກຄົນ ພາຍໃນແຂວງ ແລະຕ່າງແຂວງ ຊາບວ່າ: ພາສີປະຈໍາແຂວງຈະໄດ້ປະມູນຂາຍສິນຄ້າທີ່ມີຄະດີທາງພາສີ ທີ່ຕົກເປັນຂອງລັດ ເພື່ອນໍາເອົາເງິນມອບເຂົ້າງົບປະມານຂອງລັດຕາມລະບຽບກົດໝາຍ, ສໍາລັບປະເພດສິນຄ້າທີ່ນໍາມາປະມູນຂາຍໃນຄັ້ງນີ້ມີແຮ່ທາດ ຈໍານວນ: 132.398 ໂຕນ.
ເງື່ອນໄຂຜູ້ທີ່ຈະເຂົ້າຮ່ວມ ປະມູນຕ້ອງເປັນບຸກຄົນ, ນິຕິບຸກຄົນ ທີ່ດໍາເນີນທຸລະກິດຕິດພັນກັບປະເພດແຮ່ທາດ ແລະມີ ໃບອະນຸຍາດຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ.
ຜູ້ທີ່ມີຄວາມສົນໃຈສາມາດເຂົ້າໄປພົວພັນນໍາຂະແໜງກວດກາ ພາສີປະຈໍາແຂວງສະຫວັນນະເຂດ ສະຖານທີ່ຕັ້ງຢູ່ຫ່າງຈາກ ດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 2 ປະມານ 2 Km ໃນໂມງລັດຖະການ, ເລີ່ມແຕ່ ວັນທີ 14 -17 ມີນາ 2023 ຖ້າກາຍກໍານົດດັ່ງກ່າວຈະບໍ່ຮັບພິຈາລະນາ, ກໍານົດການເປີດຊອງ ວັນທີ 21 ມີນາ 2023