ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 19 ມີນາ 2023 ການງານ ການເງິນ ຄວາມຮັກ

    0
    80

    ຄົນເກີດວັນອາທິດ:ການ​ງານຄວາມ​ດຸໝັ່ນ​ຈະ​ນຳ​ພາ​ໂອ​ກາດ ​ແລະ ​ຄວາມ​ສຳ​ເລັດ​ມາສູ່​ຕົນ​ສະເໝີ​ ໄລຍະ​ນີ້​ເດີນທາງ​ຕິດ​ຕໍ່​ການ​ງານ​ຄ່ອນ​ຂ້າງ​ຫຼາຍ ການ​ເງິນໃຊ້​ຄວາມ​ປະຢັດ​ເອົາ​ໄວ້​ກ່ອນ​ຈະ​ດີ​ທີ່ສຸດ​ໃນ​ໄລຍະ​ນີ້​ ການ​ເງິນ​ບໍ່​ໂດດ​ເດັ່ນ​ປານໃດ​ ຄວາມ​ຮັກຈະ​ພົບ​ຄູ່​ ພົບ​ຄົນທີ່​ຖືກ​ໃຈ​ໃນ​ໄລຍະ​ນີ້​ ບຸນ​ເກົ່າ​ຈະ​ນຳ​ພາ​ມາ​ໃຫ້​ພົບ​ກັນ​ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​2

    ຄົນເກີດວັນຈັນ:ການ​ງານ​ສຶກ​ສາ​ຂໍ້​ມູນ​ໃໝ່​ໆ​ ແລະ​ ເລືອກ​ວິທີ​ປະຕິບັດ​ທີ່​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ຄວາມ​ສຳ​ເລັດ​ໃນ​ທຸລະກິດ​ໄດ້​ດີ​ທີ່ສຸດ​ ການ​ເງິນ​ມີ​ໂຊກ​ຈະ​ໄດ້​ເງິນ​ ຫຼື ວຽກພິເສດ​ບາງຢ່າງ​ຈະ​ເຮັດໃຫ້​ໄດ້​ເງິນ​ເຂົ້າ​ມາ​ເພີ່ມເຕີມ​ ຄວາມ​ຮັກ​ສຸກ​ສົມ​ຫວັງ​ລົງ​ຕົວ​ດີ​ຂຶ້ນ​ກ່ຽວກັບ​ເລື່ອງ​ຂອງ​ຄວາມ​ຮັກ ​ແລະ​ ຄວາມ​ສຳພັນ​ ຖ້າມີ​ເວລາ​ໃຫ້​ກັນ​ຫຼາຍ​ຂຶ້ນ​ ເຄື່ອງມຸງຄຸນ​ຄໍາ ສີມຸງຄຸນສີ​ຂຽວ ເລກ​ນຳ​ໂຊກ​3

    ຄົນເກີດວັນອັງຄານ:ການ​ງານ​​ຈະ​ພົບ​ອຸປະສັກ​ດ້ານ​ການ​ງານ​ໃນ​ໄລຍະ​ນີ້​ ແຕ່​ໂຊ​ກດີ​ທີ່​ຜູ້ໃຫຍ່​ຄອຍ​ຖ້າ​ສະໜັບ​ສະໜຸນ​ທ່ານ​ສະເໝີ​ ການ​ເງິນ​ຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ ຊັບ​ສິນ​ເພີ່ມ​ພູນ​ຂຶ້ນ​ ເກີດ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ ຄວາມ​ຮັກຈະ​ພົບ​ວ່າ​ຕົນເອງ​ເປັນ​ຜູ້​ທີ່​ມີ​ສະເໜ່ ຈຶ່ງ​ມີຄົ​ນ​ເຂົ້າ​ມາສົ​ນ​ໃຈ​ ແຕ່​ກໍ​ຍັງ​ບໍ່​ຊັດເຈນ​ ຕ້ອງ​ໃຊ້​ເວລາ​ເບິ່ງ​ກັນ​ຕໍ່ໄປ​ ເຄື່ອງມຸງຄຸນ​​  ໄຂ່ມຸກ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​1

    ຄົນເກີດວັນພຸດ:ການ​ງານເຮັດ​ທຸລະກິດ​ໃດ​ໆ​ ກໍ​ຈະ​ເກີດ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ ແລະ​ ຄວາມ​ກ້າວ​ໜ້າ​ເປັນ​ຢ່າງ​ດີ​ ການ​ເງິນຫາ​ເຂົ້າ​ມາ​ໄດ້​ຫຼາຍ​ກໍ​ໃຊ້​ຈ່າຍ​ອອກ​ໄປຫຼາຍ​ ແຕ່​ກໍ​ສາມາດ​ໝຸນ​ຫາ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ ຄວາມ​ຮັກຫາກ​ບໍ່​ໃຈ​ຮ້ອນ​ເກີນ​ໄປ​ ຄວາມ​ສຳພັນ​ກັບ​ຄົນ​ຮັກ​ກໍ​ຈະ​ລົງ​ຕົວ​ຫຼາຍ​ຂຶ້ນ​ໃນ​ໄລຍະ​ນີ້​ ເຄື່ອງມຸງຄຸນ​​ຕ່າງຫູ ສີມຸງຄຸນສີ​ມ່ວງ ເລກ​ນຳ​ໂຊກ​9

    ຄົນເກີດວັນພະຫັດ:ການ​ງານ​ເດີນທາງ​ຕິດ​ຕໍ່​ງານ​​ໃນ​ໄລຍະ​ນີ້​ ວຽກງານ​​ຫຼາຍ​ເປັນ​ພິເສດ​ ລະ​ວັງ​ຄວາມ​ຜິດ​ພາດ​ຈາກ​ຄວາມ​ໃຈ​ຮ້ອນ​ ການ​ເງິນ​ມີ​ເລື່ອງ​ທີ່​ຕ້ອງ​ໃຊ້​ອອກ​ໄປ​ຕະຫຼອດ​ ໄລຍະ​ນີ້​ໃຊ້​ເງິນ​ຫຼາຍ​ເປັນ​ພິເສດ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ​ ໄດ້​ເລີຍ​ ຄວາມ​ຮັກໄລຍະ​ທາງ​ຍັງ​ເປັນ​ອຸປະສັກ​ຕໍ່​ຄວາມ​ສຳພັນ​ ໃນ​ໄລຍະ​ນີ້​ຈຶ່ງ​ຕ້ອງ​ແບ່ງ​ເວລາ​ໃຫ້​ກັນ​ຫຼາຍ​ຂຶ້ນ​
    ເຄື່ອງມຸງຄຸນ​ເພັດສີແດງ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​6

    ຄົນເກີດວັນສຸກ:ການ​ງານ​ບໍລິວານ​ທີ່​ດີ​ຈະ​ຄອຍ​ຖ້າ​ຊ່ວຍ​ເຫຼືອ​ດ້ານ​ການ​ງານ​ ການ​ເຮັດ​ວຽກງານ​ຮ່ວມ​ກັນ​ເປັນ​ທີມ​ສາມາດ​ສ້າງ​ຜົນ​ງານ​ຮ່ວມ​ກັນ​ໄດ້​ດີ​ ການ​ເງິນຫາ​ເງິນ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ໃນ​ໄລຍະ​ນີ້​ ຈະ​ສັງເກດ​ໄດ້​ວ່າ​ການ​ເງິນ​ດີ​ຂຶ້ນ​ຫຼາຍ​ໆ​ ຄວາມ​ຮັກໄລຍະ​ນີ້​ເປັນ​ການ​ທົບ​ທວນ​ເລື່ອງ​​ທີ່​ຜ່ານມາ​ໃນ​ອະ​ດີດ​ ຫຼາຍກວ່າ​ທີ່​ຈະ​ເລືອກ​ໃຜ​ເຂົ້າ​ມາ​ໃນ​ຊີວິດ​ ເຄື່ອງມຸງຄຸນ​​ຫິນນໍາໂຊກສີແດງ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​5

    ຄົນເກີດວັນເສົາ:ການ​ງານ​ຈະ​ພົບ​ຄວາມ​ກ້າວ​ໜ້າ​ໃນ​ການສຶກສາ​ສາຍ​ອາ​ຊີບ​ ຫຼື ທຸລະກິດ​ຮູບ​ແບບ​ໃໝ່​ຊຶ່ງ​ກໍ່​ໃຫ້​ເກີດ​ຜົນ​ແຫ່ງ​ຄວາມ​ສຳ​ເລັດ​ດີ​ຂຶ້ນ​ເປັນ​ຢ່າງ​ຫຼາຍ​ ການ​ເງິນ​​ ວາງ​ແຜນ​ການ​ໃຊ້​ຈ່າຍ​ດ້ານ​ການ​ເງິນ​ແບບ​ປະ​ຢັດ​ໄວ້​ກ່ອນ​ຈະ​ດີ​ທີ່ສຸດ​ໃນ​ໄລຍະ​ນີ້​ ຄວາມ​ຮັກ​ໃນ​ໄລຍະ​ນີ້​ລະ​ວັງ​ຄວາມ​ໃຈ​ຮ້ອນ​ ປະ​ຄັບ​ປະ​ຄອງ​ຄວາມ​ສຳພັນ​ໃຫ້​ດີ​ດ້ວຍ​ການ​ໃຊ້​ເຫດຜົນ​ຕໍ່​ກັນ​ຈະ​ດີກວ່າ​ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​8

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.