ວຽງຈັນ ຮາຟມາຣາທອນນາໆຊາດ 2023 ຈະມີເງິນລາງວັນລວມກວ່າ 140 ກວ່າລ້ານກີບ ແລະ ຜູ້ເຂົ້າຮ່ວມກວ່າ 4.000 ຄົນ

    0
    57

    ການແຂ່ງຂັນແລ່ນລາຍການ ວຽງຈັນ ຮາຟ ມາຣາທອນ ນາໆຊາດ ປະຈໍາປີ 2023 ກຽມຈັດຂຶ້ນໃນວັນທີ 26 ມີນາ 2023 ທີ່ນະຄອນຫຼວງວຽງຈັນ ພິເສດປີນີ້ເງິນລາງວັນຈະ

    ເພີ່ມຂຶ້ນ 1 ເທົ່າ ເນື່ອງຈາກຝ່າຍຈັດການແຂ່ງຂັນຈະໂອນເງິນລາງວັນເມື່ອປີ 2020 ທີ່ບໍ່ໄດ້ຈັດ ເພາະໄດ້ຮັບຜົນກະທົບຈາກ ໂຄວິດ-19 ມາເພີ່ມໃສ່ເງິນລາງວັນໃນປີ 2023 ເງິນລາງວັນລວມ 140 ກວ່າລ້ານກີບ, ເຊິ່ງປັດຈຸບັນມີນັກກີລາມາສະໝັກ 2 ພັນກວ່າຄົນແລ້ວ ກໍານົດນັກກີລາເຂົ້າຮ່ວມ 4 ພັນຄົນ.

    ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ມີພິທີຖະແຫຼງຂ່າວຈັດການແຂ່ງຂັນລາຍການດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພູ ພົງສາ ຮອງປະທານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານ ສິດທິໄຊ ສັກປະເສີດ ຮອງປະທານສະຫະພັນແລ່ນ-ລານແຫ່ງຊາດລາວ, ທ່ານ ນາງ ວັນເພັງ ສຸດທິຈັກ

    ອໍານວຍການ ວິສະຫະກິດ ສ່ວນບຸກຄົນ ອີເວັ້ນຟໍກູດ ແລະ ອໍານວຍການງານແລ່ນ ວຽງຈັນ ຮາຟ ມາຣາທອນ 2023, ທ່ານ ຄໍາປະສົງ ທອງສະໝຸດ ຕົວແທນຈາກບໍລິສັດ ເບຍລາວ ຈໍາກັດ ( ນໍ້າດື່ມຫົວເສືອ ) ແລະ ທ່ານ ມາຊາອາກິ ຄາວາບາຕະ ອໍານວຍການໃຫຍ່ ບໍລິສັດ ໂຕໂຢຕ້າ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

    ໂດຍງານຄັ້ງນີ້ຈະຈັດຂຶ້ນໃນທ້າຍເດືອນມີນາ 2023 ໂດຍການຮ່ວມມືຂອງສະຫະພັນແລ່ນ-ລານແຫ່ງຊາດລາວ ແລະ ວິສະຫະກິດ ສ່ວນບຸກຄົນ ອີເວັ້ນຟໍກູດ ເພື່ອເປັນການ

    ສ້າງຂະບວນການ, ສົ່ງເສີມການມີສຸຂະພາບທີ່ດີ, ສ້າງເວທີໃຫ້ກັບນັກແລ່ນໄດ້ເຄື່ອນໄຫວ ແລະ ພັດທະນາຕົວເອງ   ເພື່ອກຽມໄປແຂ່ງຂັນລະດັບພາກພື້ນ ແລະ ສາກົນໃນອະນາຄົດ ພິເສດກໍຍັງເປັນການສົ່ງເສີມການທ່ອງທ່ຽວລາວ ພ້ອມທັງສ້າງໃຫ້ ນະຄອນຫຼວງວຽງຈັນ ມີການຈັດງານກີລາມວນຊົນໃນລະດັບສາກົນ.

    ທ່ານ ນາງ ວັນເພັງ ສຸດທິຈັກ ອໍານວຍການ ວິສາຫະກິດ ສ່ວນບຸກຄົນ ອີເວັ້ນຟໍກູດ ໃຫ້ຮູ້ວ່າ ວຽງຈັນ ຮາຟ ມາຣາທອນ ນາໆຊາດ ປີນີ້ ຈະມີເສັ້ນທາງແລ່ນເປັນເສັ້ນທາງທີ່ມີຄວາມເປັນເອກະລັກ, ແລ່ນຜ່ານຈຸດທ່ອງທ່ຽວສໍາຄັນຂອງ ນະຄອນຫຼວງວຽງຈັນ ເຊິ່ງເໝາະສໍາລັບນັກແລ່ນທັງພາຍໃນ, ຕ່າງປະເທດ ແລະ ທຸກເພດທຸກໄວ ເຊິ່ງປະກອບມີໄລຍະທາງ 21 ກິໂລແລັດ, 10 ກິໂລແມັດ ແລະ 5 ກິໂລແມັດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.